spot_img
Homeຂ່າວຕ່າງປະເທດສ.ເກົາຫຼີ ສວນກະແສຮັບຄົນສູງໄວເຂົ້າເຮັດວຽກໄອທີ

ສ.ເກົາຫຼີ ສວນກະແສຮັບຄົນສູງໄວເຂົ້າເຮັດວຽກໄອທີ

Published on

ອາຍຸເປັນພຽງໂຕເລກຖ້າຍັງມີໄຟ ບໍ່ວ່າອາຍຸເທົ່າໃດກໍຍັງເຮັດວຽກໄດ້! ປັດຈຸບັນ ສ.ເກົາຫຼີ ກຳລັງຜະເຊີນບັນຫາໂຕເລກຜູ້ອາຍຸສູງເພີ່ມຂຶ້ນເລື້ອຍໆ ຢ່າງໜ້ອຍການເຮັດວຽກກໍສາມາດຊ່ວຍໃຫ້ບັນດາຜູ້ສູງໄວບໍ່ຕ້ອງເຫງົາຢູ່ບ້ານພຽງລຳພັງ.

ຂະນະທີ່ບໍລິສັດ EverYoung  ຊຶ່ງເປັນລິສັດສະຕາຣດອັບກາຍເປັນຂ່າວໄປທົ່ວປະເທດ ເມື່ອນະໂຍບາຍການຈ້າງງານທີ່ບໍ່ມີບໍລິສັດໃດໃນ ສ.ເກົາຫຼີ ກ້າເຮັດນັ້ນກໍຄື ຜູ້ທີ່ຈະເຂົ້າມາເຮັດວຽກຕ້ອງມີອາຍຸຕັ້ງແຕ່ 55 ປີຂຶ້ນເທົ່ານັ້ນ ທີ່ເປັນແບບນີ້ກໍຍ້ອນວ່າເຈົ້າຂອງບໍລິສັດຍັງຄົງເຊື່ອໝັ້ນໃນທ່າແຮງບົ່ມຊ້ອນຂອງກຸ່ມຄົນໄວກະສຽນ ແລະ ຕ້ອງການຕໍ່ສູ້ກັບວັດທະນະທຳໃນອົງກອນຂອງ ສ.ເກົາຫຼີ ທີ່ມີການເລືອກປະຕິບັດທາງອາຍຸຄື ຍິ່ງອາຍຸຫຼາຍຂຶ້ນຍິ່ງມີໂອກາດຫວ່າງງານ.

ສ່ວນບໍລິສັດຫຼາຍແຫ່ງໃນ ສ.ເກົາຫຼີ ສ່ວນໃຫຍ່ແມ່ນບັງຄັບໃຫ້ພະນັກງານກະສຽນກ່ອນເຖິງອາຍຸທີ່ກົດມາຍກຳນົດໄວ້ຄື 60 ປີ ທັງນີ້ ປະທານບໍລິສັດ EverYoung ເບິ່ງເຫັນທ່າແຮງ ແລະ ຍັງເຊື່ອໝັ້ນດ້ານສີມື ແລະ ປະສົບການຂອງຄົນກຸ່ມນີ້ ຈຶ່ງໄດ້ເປີດບໍລິ ສັດ EverYoung ຂຶ້ນມາເມື່ອ 6 ປີກ່ອນເພື່ອຮອງຮັບພະນັກງານໄວກະສຽນໂດຍສະເພາະ  ໃນນັ້ນ ລວມມີພະນັກງານໄວກະສຽນຈາກຫຼາກຫຼາຍສາຂາອາຊີບຫຼາຍກວ່າ 420 ຄົນພາຍໃນບໍລິສັດ.

ສຳລັບຄົນທີ່ໄດ້ເຂົ້າມາເຮັດວຽກໃນບໍລິສັດແຫ່ງນີ້ກໍຈະຖືກຝຶກອົບຮົມໃຫ້ໃຊ້ແພລຕຟອມ Never ຫຼື ກູເກິລໃນເວີເຊິນຂອງ ສ.ເກົາຫຼີ ເພື່ອໃຫ້ກວດກາຂໍ້ມູນ ຫຼື ເນື້ອຫາທີ່ບໍ່ເໝາະສົມທັງໃນ Never Map ແລະ ໃນບລ໋ອກ ລວມທັງຝຶກທັກສະດ້ານໄອທີຕ່າງໆ ຂະນະທີ່ EverYoung ກຳນົດໃຫ້ທຸກຄົນເຮັດວຽກມື້ລະ 4 ຊົ່ວໂມງ ໂດຍທຸກ 50 ນາທີຈະໃຫ້ພັກ 10 ນາທີ ຊຶ່ງທາງບໍລິສັດໄດ້ຈັດກຽມຫ້ອງພັກຜ່ອນສຳລັບດື່ມນ້ຳຊາ ອ່ານໜັງສື ພ້ອມສິ່ງອຳນວຍຄວາມສະດວກ ແລະ ອື່ນໆ.

 

 

 

ຮຽບຮຽງ: ສະຫະລັດ ອວນທິວົງໄຊ

ຮູບພາບ: posttoday

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...