spot_img
Homeຂ່າວພາຍ​ໃນສ ເກົາຫລີ ມອບລົດຖ່າຍທອດສົດໂທລະພາບມູນຄ່າ 1,450,000 ໂດລາ

ສ ເກົາຫລີ ມອບລົດຖ່າຍທອດສົດໂທລະພາບມູນຄ່າ 1,450,000 ໂດລາ

Published on

images-stories-2013-February-week1-fri8feb4-134x92

ໃນວັນທີ 6 ກຸມພາ 2013 ຢູ່ທີ່ສະພາແຫ່ງຊາດ ໄດ້ມີພິທີມອບຮັບລົດຖ່າຍ ທອດສົດໂທລະພາບ ແລະ ອຸ ປະກອນຄົບຊຸດໃຫ້ສະພາ ແຫ່ງຊາດລາວ,  ໂດຍແມ່ນ ທ່ານ ດຣ ກິມກວານຊາງ ປະ ທານຄະນະບໍລິຫານງານສູນ ກາງໂທລະພາບລັດຖະບານ ສ. ເກົາຫລີ ເປັນຜູ້ກ່າວມອບ ແລະ ຝ່າຍລາວແມ່ນທ່ານ ດຣ ອຸ່ນແກ້ວ ວຸທິລາດ ຫົວ ຫນ້າຫ້ອງວ່າການສະພາແຫ່ງ ຊາດເປັນຜູ້ກ່າວຮັບ ໂດຍ ຊ້ອງຫນ້າພະນັກງານທີ່ກ່ຽວ ຂ້ອງທັງສອງພາກສ່ວນເຂົ້າ ຮ່ວມ.
ອຸປະກອນທີ່ມອບໃນຄັ້ງນີ້ ມີລົດຖ່າຍທອດສົດ, ກ້ອງ ຖ່າຍພາບວີດີໂອລະດັບມາດ ຕະຖານສາກົນພ້ອມອຸປະ ກອນຕ່າງໆຄົບຊຸດມູນຄ່າ 1.450.000 ໂດລາ ເຊິ່ງອຸປະ ກອນທັງຫມົດເປັນທຶນຊ່ວຍ ເຫລືອລ້າທີ່ທາງຄະນະບໍລິ ຫານງານໂທລະພາບລັດຖະ ບານ ສ. ເກົາຫລີ, ນອກຈາກ ນີ້ທາງໂທລະພາບ ສ. ເກົາຫຼີ ຍັງຈະໃຫ້ທຶນການສຶກສາທາງ ດ້ານໂທລະພາບແກ່ສື່ມວນ ຊົນສະພາແຫ່ງຊາດ ແລະ ໂທ ລະພາບແຫ່ງຊາດລາວນຳ ອີກ.
ໃນໂອກາດນີ້ທ່ານ ອຸ່ນ ແກ້ວ ວຸທິລາດ ໄດ້ສະແດງ ຄວາມຂອບອົກຂອບໃຈມາ ຍັງລັດຖະບານກໍ່ຄືສູນກາງ ໂທລະພາບ ສ. ເກົາຫລີທີ່ໃຫ້ ການຊ່ວຍເຫລືອອັນລ້ຳຄ່າ ໃນຄັ້ງນີ້, ເຊິ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນ ການປັບປຸງສື່ມວນຊົນ ສປປ ລາວ ໃຫ້ເຂັ້ມແຂງຂຶ້ນ, ເພື່ອ  ນຳເອົາຂ່າວສານຕ່າງໆກໍຄື ແນວທາງນະໂຍບາຍຂອງ  ລັດຖະບານລົງສູ່ປະຊາຊົນ  ໄດ້ຢ່າງທັນການ ແລະ ເປັນ ການປັບປຸງສ້າງສາຍພົວພັນ ລະຫວ່າງ ສປປ ລາວ  ແລະ ສ. ເກົາຫລີ ໃຫ້ຍາວນານຕະ ຫລອດໄປ.

ທີ່ມາ:www.kongthap.gov.la

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...