spot_img
Homeຂ່າວຕ່າງປະເທດສົມເດັດຮຸນ ເຊນ ສັ່ງປົດເຈົ້າແຂວງສີຫານຸວິລ ກໍລະນີຕຶກຖະຫຼົ່ມ

ສົມເດັດຮຸນ ເຊນ ສັ່ງປົດເຈົ້າແຂວງສີຫານຸວິລ ກໍລະນີຕຶກຖະຫຼົ່ມ

Published on

ສົມເດັດຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍສັ່ງປົດເຈົ້າແຂວງສີຫາສຸວິລ ແລະ ຮອງຜູ້ອຳນວຍການຄະນະກຳມະການບໍລິຫານຈັດການໄພພິບັດແຫ່ງຊາດ ກໍລະນີບົກຜ່ອງຕໍ່ໜ້າທີ່ຢ່າງຮ້າຍແຮງພາຍຫຼັງເກີດເຫດອາການກຳລັງກໍ່ສ້າງພັງຖະຫຼົ່ມ ສົ່ງຜົນໃຫ້ມີຜູ້ເສຍຊີວິດເກືອບ 28 ລາຍ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ມິຖຸນາວ່າ ຜູ້ນຳກຳປູເຈຍມີໄດ້ມີຄຳສັ່ງປົດ ທ່ານ ຢຸນ ມິນ ອອກຈາກຕຳແໜ່ງເຈົ້າແຂວງ ແລະ ປົດທ່ານ ໜິມ ວັນດາ ອອກຈາກຕຳແໜ່ງຮອງຜູ້ອຳນວຍການຄະນະກຳມະການບໍລິຫານຈັດການໄພພິບັດແຫ່ງຊາດເນື່ອງຈາກທັງ 2 ເປັນບຸກຄົນທີ່ເຮັດວຽກໂດຍບໍ່ມີຄວາມຮັບຜິດຊອບ ແລະ ບິດເບືອນຄວາມຈິງກ່ຽວກັບເຫດການດັ່ງກ່າວ.

ຂະນະທີ່ສື່ທ້ອງຖິ່ນຂອງກຳປູເຈຍກໍໄດ້ລາຍງານວ່າ ທ່ານ ຢຸນ ມິນ ໄດ້ຍື່ນໜັງສືລາອອກຢູ່ທີ່ກະຊວງປ້ອງກັນປະເທດແລ້ວ ພ້ອມອອກຖະແຫຼງການຂໍໂທດປະຊາຊົນ ສ່ວນທ່ານ ໜິມ ວັນດາ ຍັງບໍ່ມີຄວາມເຄື່ອນໄຫວ ສ່ວນູຳສັ່ງອງຜູ້ນຳກຳປູເຈຍມີຂຶ້ນພາຍຫຼັງເກີດເຫດອາຄານທີ່ກຳລັງກໍ່ສ້າງຂະໜາດ 7 ຊັ້ນໃນເມືອງພຣະສີຫະນຸຊຶ່ງເປັນເມືອງເອກຂອງແຂວງ ຊຶ່ງຜູ້ເສຍຊີວິດທັງໝົດເປັນຄົນງານທີ່ກຳລັງນອນພັກຜ່ອນຢູ່ບໍລິເວນເຂດກໍ່ສ້າງ ພ້ອມນີ້ ກໍມີຜູ້ທີ່ໄດ້ຮັບບາດເຈັບອີກຫຼາຍກວ່າ 10 ຄົນ.

ສ່ວນສົມເດັດຮຸນ ເຊນ ກໍໄດ້ເດີນທາງລົງພື້ນທີ່ເກດເຫດ ແລະ ປະກາດວ່າລັດຖະບານກຳປູເຈຍມອບເງິນຊ່ວຍເຫຼືອແກ່ຄອບຄົວຜູ້ເສຍຊີວິດລາຍລະ 10.000 ໂດລາ ແລະ ສົມເດັດຮຸນ ເຊນ ກໍມີຄຳສັ່ງສອບສວນບໍລິສັດຮັບເໝົາກໍ່ສ້າງອາຄານແຫ່ງນີ້ ຊຶ່ງມີລາຍງານວ່າບໍລິສັດແຫ່ງໜຶ່ງຈາກ ສປ ຈີນ ເປັນຜູ້ລົງທຶນລາຍໃຫຍ່ ແລະ ເຮັດວຽກໂດຍປະໝາດໃນລະຫວ່າງການກໍ່ສ້າງ ຫຼື ບໍ່? ແລະ ໄດ້ສັ່ງກວດສອບອາຄານທີ່ກຳລັງກໍ່ສ້າງທັງໝົດໃນແຂວງສີຫານຸວິລ ຢ່າງໃດກໍຕາມ ມີລາຍງານຈາກເຈົ້າໜ້າທີ່ກູ້ໄພວ່າ ສາມາດຊ່ວຍເຫຼືອຜູ້ລອດຊີວິດອອກມາໄດ້ແລ້ວຢ່າງໜ້ອຍ 2 ຄົນ ຂະນະນີ້ໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍແລ້ວ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...