spot_img
Homeຂ່າວຕ່າງປະເທດສົງຄາມການຄ້າ 2 ປະເທດມະຫາອໍານາດ ນັບມື້ນັບດຸເດືອດຂຶ້ນ

ສົງຄາມການຄ້າ 2 ປະເທດມະຫາອໍານາດ ນັບມື້ນັບດຸເດືອດຂຶ້ນ

Published on

ເຂົ້າສູ່ຊ່ວງປາຍເດືອນສິງຫາ ສົງຄາມການຄ້າລະຫວ່າງສະຫະລັດອາເມລິກາ ກັບ ສປ.ຈີນ ນັບມື້ນັບທະວີຮ້ອນແຮງຂຶ້ນເລື້ອຍໆ, ລັດຖະບານປະທານາທິບໍດີ ໂດນອລ ທຣໍ້າ ຍັງຄົງເດີນໜ້າຕັ້ງກໍາແພງພາສີ ຂຶ້ນລາຄາສິນຄ້ານໍາເຂົ້າຈາກຈີນຢ່າງຕໍ່ເນື່ອງ.

ເມື່ອວັນທີ 23 ສິງຫາ 2018 ທີ່ຜ່ານມານີ້, ມາດຕະການຂຶ້ນພາສີ 25% ຂອງສິນຄ້າທີ່ນໍາເຂົ້າຈາກຈີນ ເລີ່ມມີຜົນບັງຄັບໃຊ້ແລ້ວ, ໃນຂະນະທີ່ລັດຖະບານຈີນ ພາຍໃຕ້ການນໍາຂອງປະທານາທິບໍດີ ສີ ຈິ້ນຜິງ ກໍປະກາດຈະຕອບໂຕ້ສະຫະລັດອາເມລິກາດ້ວຍວິທີດຽວກັນທັນທີ. ໃນຂະນະດຽວກັນ, ບາດແຜຈາກສົງຄາມການຄ້າຮອບ 2 ຂອງສອງຊາດມະຫາອໍານາດນີ້ ແມ່ນເລີ່ມສົ່ງຜົນກະທົບແລ້ວ.

ມາດຕະການຂຶ້ນພາສີ 25% ສຳລັບສິນຄ້າທີ່ນໍາເຂົ້າຈາກຈີນ ທີ່ມີມູນຄ່າເຖິງ 1.6 ໝື່ນລ້ານໂດລາສະຫະລັດ ເລີ່ມມີຜົນບັງຄັບໃຊ້ຫຼັງຈາກທີ່ເຂັມໂມງຜ່ານພົ້ນເວລາ 24:00 ນາທີ ຂອງວັນທີ 23 ສິງຫາ ຕາມເວລາໃນສະຫະລັດອາເມລິກາ ຫຼື ກົງກັບຕອນທ່ຽງຂອງມື້ດຽວກັນຕາມເວລາໃນຈີນ. ສິນຄ້າຈາກຈີນຈໍານວນ 279 ລາຍການລວມມີ: ເຊມິຄອນດັກເຕີ, ພລາສຕິກ, ເຄມີ, ລົດຈັກ, ເຄື່ອງວັດຄວາມໄວ ແລະ ອຸປະກອນສ້າງລາງລົດໄຟ ໄດ້ຮັບຜົນກະທົບກັນທົ່ວໜ້າ ແລະ ໄດ້ຖືກສະຫະລັດເກັບພາສີນໍາເຂົ້າ 25%.

ປະທານາທິບໍດີ ທຣ້ຳ ເລີ່ມຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ ໂດຍອ້າງວ່າ: ເພື່ອຕອບໂຕ້ຄວາມບໍ່ເປັນທໍາທາງການຄ້າ ແລະ ການລະເມີດຊັບສິນທາງປັນຍາຂອງສະຫະລັດອາເມລິກາ, ເພື່ອເຮັດໃຫ້ສິນຄ້າທີ່ຜະລິດໃນອາເມລິກາມີລາຄາທີ່ຖືກກວ່າສິນຄ້າທີ່ນໍາເຂົ້້າຈາກຕ່າງປະເທດ ແລະ ເຮັດໃຫ້ບໍລິສັດໃນອາເມລິກາສາມາດແຂ່ງຂັນລາຄາດ້ານສິນຄ້າຈາກຈີນໄດ້ ເນື່ອງຈາກລາຄາສິນຄ້າແມ່ນມີມູນຄ່າຖືກກວ່າຈີນເມື່ອປຽບທຽບກັນ. ຂະນະດຽວກັນ ທຣ້ຳ ຍັງຮຽກຮ້ອງໃຫ້ປະຊາຊົນຊື້ສິນຄ້າທີ່ຜະລິດໃນສະຫະລັດດອາເມລິກາ ເຊິ່ງຈະເປັນການຊ່ວຍສົ່ງເສີມທຸລະກິດໃນທ້ອງຖິ່ນ ແລະ ສະໜັບສະໜູນເສດຖະກິດຂອງປະເທດອີກດ້ວຍ.

ນອກຈາກການເຮັດສົງຄາມການຄ້າກັັບຈີນແລ້ວ ໃນຊ່ວງເດືອນທີ່ຜ່ານມາ ທຣ້ຳຍັງເປີດສະໜາມຮົບຫຼາຍດ້ານ ເພາະຍັງໄດ້ມີການຂຶ້ນທະບຽນພາສີນໍາເຂົ້າເຫຼັກ 25% ແລະ ອາລູມີນຽມ 10% ຈາກສະຫະພາບເອີລົບ, ເມັກຊິກ ແລະ ການາດາອີກດ້ວຍ.

ຈີນຊີ້ແຈງວ່າ ລັດຖະບານສະຫະລັດອາເມລິກາ ຍຸກສະໄຫມການບໍລິຫານຂອງ ໂດນ້ອລ ທຣ້ຳ ໄດ້ກໍ່ສົງຄາມການຄ້າທີ່ກ້ວາງໃຫຍ່ທີ່ສຸດເປັນປະຫວັດສາດທາງທຸລະກິດ ເພາະລັດຖະບານ ທຣ້ຳ ໄດ້ຂຶ້ນພາສີນໍາເຂົ້າສິນຄ້າຈາກຈີນ, ເມັກຊິກ, ການາດາ ແລະ ສະຫະພາບເອີຣົບ (ອີຢູ).

ກອງທຶນການເງິນລະຫວ່າງປະເທດ IMF ລະບຸວ່າ: ສົງຄາມການຄ້າທີ່ເກີດຂຶ້ນນີ້ຈະສົ່ງຜົນເຮັດໃຫ້ອັດຕາການເຕີບໂຕທາງເສດຖະກິດຂອງໂລກຫຼຸດລົງໄປ 0.5% ໃນປີ 2020. ໃນຂະນະທີ່ BBC ລະບຸວ່າ ພາກອຸດສາຫະກໍາຂອງຈີນເຕີບໂຕຊ້າລົງໃນເດືອນກໍລະກົດທີ່ຜ່ານມາ. ມໍແກນສະແຕນເລ, ບໍລິສັດໃຫ້ບໍລິການທາງການເງິນລະດັບໂລກ ເຊິ່ງມີສໍານັກງານໃຫຍ່ໃນນະຄອນ ນິວຢອກ ໄດ້ປະເມີນວ່າ ຈາກເຫດການດັ່ງກ່າວ ສາມາດເຮັດໃຫ້ຜະລິດຕະພັນລວມຂອງໂລກຫຼຸດລົງໄປ 0.81%.

ໃນບັນດາບໍລິສັດທີ່ໄດ້ຮັບຜົນກະທົບຈາກສົງຄາມການຄ້າລະຫວ່າງອາເມລິກາ ກັບ ຈີນປະກົດວ່າ ອຸດສາຫະກໍາຍານພາຫະນະຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ໂດຍບໍລິສັດຜະລິດລົດ Ford ແລະ General Motor ໄດ້ປະກາດຄາດການປະເມີນຕົວເລກຜົນກໍາໄລປະຈໍາປີ 2018 ອອກມາແລ້ວວ່າ ຈະມີຜົນກໍາໄລທີ່ຕໍ່າລົງ ອັນເນື່ອງມາຈາກການທີ່ອາເມລິກາຂຶ້ນພາສີນໍາເຂົ້າເຫຼັກ ແລະ ອາລູມີນຽມ.

ໃນຂະນະດຽວກັນ ຕາມການລາຍງານຂອງ The Economics ຍັງໄດ້ລະບຸວ່າ: ປະເທດໃນອາຊີທີ່ເປັນປະເທດຜະລິດສິນຄ້າສົ່ງໃຫ້ແກ່ ຈີນ ຫຼື ເປັນຜູ້ສະຫນອງ ກໍຈະຄອຍໄດ້ຮັບຜົນກະທົບໄປນໍາ, ເນື່ອງມາຈາກອັດຕາ 30% ຂອງມູນຄ່າສິນຄ້າຈີນສົ່ງໄປຂາຍໃນສະຫະລັດອາເມລິການັ້ນ ມີແຫຼ່ງຜະລິດມາຈາກປະເທດທີ່ 3.

ເວົ້າໄດ້ວ່າ ສົງຄາມການຄ້າລະຫວ່າງ ສະຫະລັດອາເມລິກາ ກັບ ຈີນ ໄປຈົນເຖິງອີຢູ, ການາດາ, ເມັກຊິກ ແມ່ນເລີ່ມສົ່ງຜົນກະທົບຕໍ່ກັບບັນດາບໍລິສັດທັັງພາຍໃນສະຫັດລັດອາເມລິກາເອງ, ຕໍ່ຈີນ ຕະຫຼອດຮອດບັນດາປະເທດຕ່າງໆ, ສ່ວນວ່າຈະຫຼາຍ ຫຼື ໜ້ອຍແນວໃດນັ້ນແມ່ນເປັນເລື່ອງທີ່ທຸກປະເທດກໍາລັງເຝົ້າລະວັງ ແລະ ຊອກຫາມາດຕະການຮັບມືກັບບັນຫາດັ່ງກ່າວ.

 

 

 

ແຫລ່ງຂ່າວຈາກ: thairath.co.th, ຮູບພາບຈາກ: thairath, VOA Thai, China Marketing

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...