spot_img
Homeຂ່າວພາຍ​ໃນສູນຫາຍ 5 ຄົນຈາກເຫດເຮືອຫຼົ້ມຢູ່ເມືອງລ້ອງແຈ້ງ

ສູນຫາຍ 5 ຄົນຈາກເຫດເຮືອຫຼົ້ມຢູ່ເມືອງລ້ອງແຈ້ງ

Published on

ເວລາປະມານ 17:00 ໂມງ ຂອງວັນທີ 13 ຕຸລາຜ່ານມາ ໄດ້ເກີດອຸບັດຕິເຫດເຮືອຫຼົ້ມ ຢູ່ທີ່ອ່າງນໍ້າໄຜ່, ບ້ານໜອງພູນໄຊ, ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ຈຳນວນ 2 ລຳ ທີ່ກັບຈາກການກ່ຽວເຂົ້າທີ່ຂີ່ໄລ່ຕາມກັນມາ ມີຈຳນວນຄົນຢູ່ພາຍໃນເຮືອທັງໝົດ 19 ຄົນ, ເປັນປະຊາຊົນບ້ານໜອງພູນໄຊທັງໝົດ ກ່ອນຈະເກີດເຫດການບໍ່ຄາດຝັນ ເມື່ອເຮືອສອງລຳດັ່ງກ່າວປະທະກັນ ເນື່ອງຈາກເຄື່ອງຈັກຂອງເຮືອເກີດຂັດຂ້ອງ ເຮັດໃຫ້ເຮືອທັງ 2 ລຳຈົມດິ່ງລົງອ່າງແມ່ນໍ້າ.

ໃນນັ້ນມີຜູ້ສູນຫາຍຈຳນວນ 5 ຄົນ ຄື ທ້າວ ທອງພັນ, ອາຍຸ 63 ປີ, ນາງ ວຽງ ອາຍຸ 55 ປີ, ນາງ ສອນ ອາຍຸ 21 ປີ, ທ້າວ ດວງ ອາຍຸ 22 ປີ, ນາງ ເດັກ ອາຍຸ 28 ປີ. ສວ່ນອີກ 14 ຄົນແມ່ນສາມາດລອຍນໍ້າເຂົ້າຝັ່ງໄດ້ ຂະນະທີ່ຈຸດເກີດເຫດແມ່ນຫ່າງຈາກຝັ່ງປະມານ 100 ກວ່າແມັດ, ເລິກ 25 ແມັດ, ເຊິ່ງປັດຈຸບັນຍັງບໍ່ທັນພົບຜູ້ສູນຫາຍທັງ 5 ຄົນ.

ສະນັ້ນ ຈິ່ງແຈ້ງມາຍັງທຸກພາກສ່ວນເພື່ອຮັບຮູ້ ແລະ ຂໍຄວາມຊ່ວຍເຫຼືອຈາກພາກສ່ວນທີ່ກ່ຽວຂ້ອງ ໃນການຊອກຄົ້ນກອບກູ້ເອົາຜູ້ສູນຫາຍ ແລະຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍໃນຄັ້ງນີ້.

ຂໍ້ມູນຈາກ: ສື່ເພື່ອສັງຄົມ

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...