spot_img
Homeຄວາມງາມສູດແກ້ໄຂເຂົ້າດຳ, ສອກດຳແບບຂາວທັນໃຈ

ສູດແກ້ໄຂເຂົ້າດຳ, ສອກດຳແບບຂາວທັນໃຈ

Published on

ຮ້ອນນີ້ສາວໆນິຍົມນຸ່ງສັ້ນບໍ່ວ່າຈະເປັນເສື້ອສັ້ນ ໂສ້ງສັ້ນກໍ່ດີ ແຕ່ຖ້າມີເຂົ່າຂາວ, ສອກຂາວແຮງເປັນຕາເບິ່ງ ແລະ ໝັ້ນໃຈຂຶ້ນຕື່ມ ສຳລັບຄໍລຳຄວາມງາມມື້ນີ້ ແອັດມິນກໍ່ບໍ່ພາດທີ່ຈະນຳເຄັດລັບດີໆໃນການແກ້ໄຂບັນຫາ ຫົວເຂົ່າດີ, ສອກດຳ ມາຝາກ ເອົາເປັນວ່າເຮົາບໍ່ເວົ້າຫຍັງຍາວ ເຮົາມາເບິ່ງສ່ວນປະກອບ ແລະ ວິທີເຮັດນຳກັນເລີຍ

ສ່ວນປະກອບມີ:

– ນ້ຳເຜິ້ງ 2 ບ່ວງແກງ

– ນ້ຳມັນໝາກກອກ 1 ບ່ວງຊາ

– ນ້ຳໝາກນາວເຄິ່ງໜ່ວຍ

– ເບກກິ້ງໂຊດາ 1 ບ່ວງຊາ

ນຳສ່ວນປະກອບທັງໝົດມາປະສົມຄົນເຂົ້າກັນໃຫ້ເປັນເນື້ອລະອຽດ ຈາກນັ້ນກໍ່ນຳມາທາໃສ່ຂໍ້ສອກ ກັບຫົວເຂົ່າທີ່ດີ ແລ້ວກໍ່ຊອກຜ່າບາງໆ ອາດຈະເປັນຜ່າມຸ້ງ, ຜ້າຝ້າຍບາງໆມາພັນທັບໄວ້.

ສູດນີ້ເໝາະສຳລັບເຮັດກ່ອນນອນທີ່ສຸດ ເພາະຕ້ອງໄດ້ປະໄວ້ຈົນຮອດຂ້າມຄືນ ເມື່ອຕື່ນເຊົ້າຂຶ້ນມາກໍ່ໃຫ້ລ້າງອອກດ້ວຍນ້ຳອຸ່ນໆ ຈາກນັ້ນກໍ່ເຊັດໃຫ້ແຫ້ງແລ້ວກໍ່ໂລຊັ່ນທາຜິວທີ່ເຮົາໃຊ້ເປັນປະຈຳທາຕາມປົກກະຕິ ເຮັດແບບນີ້ຕິດຕໍ່ກັນ 10 ມື້ຮັບຮອງວ່າຮອງດ້ານດຳທີ່ຂໍ້ສອກ ແລະ ຫົວເຂົ່າຈະຈາງລົງຢ່າງເຫັນໄດ້ຊັດເຈນແນ່ນອນ

 

ແຫລ່ງທີ່ມາຈາກ: www.news.com.la

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...