spot_img
Homeຂ່າວຕ່າງປະເທດສູດເສົ້າ! ແມ່ໄປຫາລູກຊາຍ ແຕ່ຖືກລູກໄລ່ໜີບໍ່ໃຫ້ຢູ່ເຮືອນນຳ

ສູດເສົ້າ! ແມ່ໄປຫາລູກຊາຍ ແຕ່ຖືກລູກໄລ່ໜີບໍ່ໃຫ້ຢູ່ເຮືອນນຳ

Published on

ສຳນັກຂ່າວປະເທດຈີນລາຍງານເມື່ອວັນທີ 20 ເມສາ 2017 ຜ່ານມາວ່າ ແມ່ເຖົ້າອາຍຸ 82 ປີ ຄົນໜຶ່ງໃນເມືອງຢາງໂຈ ມົນທົນຈຽງຊູ ມີລູຊາຍ ​2 ຄົນ ແລະລູກສາວ 2 ຄົນ, ໃນບັ້ນປາຍຊີວິດຂອງຜູ້ເປັນແມ່ ຈຶ່ງໄດ້ໝູນວຽນໄປອາໄສຢູ່ກັບລູກໆ ປ່ຽນກັນຄົນລະປີ ເຊິ່ງຜ່ານມາກໍມີຄວາມສຸກດີທີ່ຢູ່ກັບລູກຄົນອື່ນໆ, ແຕ່ເມື່ອວັນທີ 10 ເມສາ 2017 ຜ່ານມາ ແມ່ໄປຫາລູກຊາຍຫຼ້າ ຊືື່ວ່າ ສຽນ ສານຜິງ ແຕ່ລູກຊາຍບໍ່ໃຫ້ແມ່ຢູ່ເຮືອນນຳ ແລະຍັງໄດ້ຖິ້ມເຄື່ອງບ່ອນນອນ, ໝອນ, ຜ້າຫົ່ມຂອງແມ່ອອກນອກເຮືອນ ພ້ອມຂັບໄລ່ແມ່ໜີ, ແລ້ວລາວກໍອອກໄປນອກບໍ່ກັບມາເຮືອນ, ເຊິ່ງຜູ້ເປັນແມ່ບໍ່ຮູ້ຈະເຮັດແນວໃດກໍໄດ້ແຕ່ຫອບເຄື່ອງບ່ອນນອນນັ້ນ ໄປນອນຢູ່ໜ້າປະຕູຮົ້ວເຮືອນດົນກວ່າ 3 ວັນ ເຂົ້ານໍ້າບໍ່ໄດ້ກິນ ແມ່ເສົ້າເສຍໃຈຢ່າງໃຫຍ່ ເຮັດໃຫ້ຊາວບ້ານທີ່ຢູ່ແຖວນັ້ນທົນບໍ່ໄດ້ ຕ້ອງພາກັນເຂົ້າມາຊ່ວຍເຫຼືອ

ນາງ ສຽນ ສາງອິງ ເອື້ອຍກົກເມື່ອຮູ້ຂ່າວ ຈຶ່ງຮີບເດີນທາງມາຫາແມ່ ພ້ອມພະຍາຍາມຕິດຕໍ່ຫານ້ອງ ແຕ່ຕິດຕໍ່ບໍ່ໄດ້ ລາວໄດ້ເປີດເຜີຍວ່າ ພວກເຂົາພະຍາຍາມເວົ້າກ່ອມແມ່ ໃຫ້ແມ່ໄປຢູ່ເຮືອນອ້າຍຂອງ ສຽນ ສາງຜິງກ່ອນ ແຕ່ແມ່ບໍ່ຍອມໄປ ແລະຍັງບອກວ່າຊີວິດຈະຢູ່ ຫຼືຕາຍກໍຈະຢູ່ທີ່ນີ້

ແນວໃດກໍຕາມ ສຸດທ້າຍສຽນ ສາງຜິງ ກໍໄດ້ກັບມາເຮືອນ ແລະລາວກໍຍອມເປີດປະຕູເຮືອນຮັບແມ່ເຂົ້າໄປຢູ່ເຮືອນນຳແລ້ວ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...