spot_img
Homeນານາສາລະສູດຫຼຸດຫຸ່ນ ດ້ວຍນໍ້າອຸ່ນ

ສູດຫຼຸດຫຸ່ນ ດ້ວຍນໍ້າອຸ່ນ

Published on

ຫຼາຍຄົນອາດເຄີຍໄດ້ຍິນເລື່ອງປະໂຫຍດຕ່າງໆຂອງການດື່ມ “ນໍ້າອຸ່ນ” ແລະອາດສົງໄສວ່າ ພຽງແຕ່ດື່ມນໍ້າອຸ່ນ 3 ແກ້ວ ຈະຊ່ວຍສົ່ງຜົນຕໍ່ ການຫຼຸດນໍ້າໜັກໄດ້ແນວໃດ ມືນີ້ເຮົາມາຮູ້ນຳກັນ

  1. ຕື່ນນອນຕອນເຊົ້າດື່ມນໍ້າອຸ່ນ 1 ​ແກ້ວ: ທີ່ມີອຸນຫະພູມປະມານ 45-50 ອົງສາ
  2. ດື່ມນໍ້າອຸ່ນກືນທຳອິດຢ່າຟ້າວກືນລົງທ້ອງ: ໃຫ້ບ້ວນປາກ ແລະຄໍເພື່ອທຳຄວາມສະອາດຊ່ອງປາກ ແລ້ວຖົ່ມຖິ້ມ ຈະຊ່ວຍເພີ່ມພູມຄຸ້ມກັນພະຍາດທີ່ອາດເກີດຂຶ້ນໃນຊ່ອງປາກໄດ້
  3. ບໍ່ຕ້ອງຟ້າວຄ່ອຍໆດື່ມ: ຫ້າມດື່ມກືນໃຫຍ່ເລີຍເດັດຂາດ ເພື່ອກະຕຸ້ນອະໄວຍະວະພາຍໃນຊ້າໆ ນໍ້າ 1​ ແກ້ວ ຄວນໃຊ້ເວລາດື່ມປະມານ 5​ ນາທີ ຈຶ່ງເໝາະສົມທີ່ສຸດ

#  ວິທີຫຼຸດນໍ້າໜັກ: ດ້ວຍການຝຶກຕົນເອງໃຫ້ຊິນເຄີຍ ກັບການດື່ມນໍ້າອຸ່ນທຸກເຊົ້າ ຫາກບໍ່ມີເວລາເພາະຕ້ອງຟ້າວອອກຈາກບ້ານ ກໍຄວນໃຫ້ຕົນເອງໄດ້ດື່ມນໍ້າອຸ່ນມື້ລະ 3 ແກ້ວ (ແກ້ວກາງ), ເຮັດແບບນີ້ ຈະເຮັດໃຫ້ນໍ້າໜັກຫຼຸດລົງໄດ້ແນ່ນອນ ເພາະນໍ້າອຸ່ນຈະຊ່ວຍເຜົາຜານໄຂມັນໃນຮ່າງກາຍ ໄດ້ຢ່າງມີປະສິດທິຜົນ.

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...