spot_img
Homeຊີວິດແລະຄວາມຮັກສຸດອະລັງການງານແຕ່ງດອງ ທີ່ເປັນທີ່ສຸດໃນໂລກໂດຍ guinness book

ສຸດອະລັງການງານແຕ່ງດອງ ທີ່ເປັນທີ່ສຸດໃນໂລກໂດຍ guinness book

Published on

ງານແຕ່ງດອງເປັນວັນທີ່ພິເສດທີ່ສຸດວັນໜຶ່ງໃນຊີວິດ ຈິ່ງມີການຈັດງານໃຫ້ດີ ແລະ ໂດດເດັ່ນທີ່ສຸດເທົ່າທີ່ຈະເປັນໄປໄດ້ ແຕ່ວັນນີ້ ລາວໂພສຕ໌ ທີ່ຈະມານຳສະເໜີງານແຕ່ງທີ່ຖືກບັນທຶກໄວ້ໃນໜັງສື guinness book world records ວ່າເປັນທີ່ສຸດຂອງໂລກ ເຮົາໄປເບິ່ງກັນວ່າຈະມີງານແຕ່ງດອງໃດແນ່

ເລີ່ມດ້ວຍອາລະບ້ຳຮູບພາບງານແຕ່ງທີ່ໃຫຍ່ທີ່ສຸດໃນໂລກ ອາລະບ້ຳຮູບພາບເຫຼັ້ມນີ້ເກີດຂຶ້ນທີ່ປະເທດອິນເດຍ ໂດຍຄູ່ຮັກທັງໝົດ 256 ຄູ່ ຮວມກັນເຮັດເປັນອາລະບ້ຳຮູບເຫຼັມໃຫຍ່ຈົນຂະໜາດເທົ່າກັບຄົນ

4w

ເຄັກແຕ່ງງານທີ່ໃຫຍ່ທີ່ສຸດໃໃນໂລກ 
ຜະລິດໂດຍລັດຄອນເນດທີ ທີ່ Mohegan Sun Hotel ມີນ້ຳໜັກເຖິງ 6,820 ກິໂລກຣາມ ຮຽກໄດ້ວ່າເປັນເຄັກແຕ່ງງານທີ່ໃຫຍ່ທີ່ສຸດ

5w

ຊຸດເຈົ້າສາວທີ່ຍາວທີ່ສຸດໃນໂລກ Wow!
ຊຸດເຈົ້າສາວຊຸດນີ້ມີຄວາມຍາວເຖິງ 3 ກິໂລແມັດ ເວລາເຈົ້າສາວຈະເຄື່ອນຍ້າຍແຕ່ລະຄັ້ງຕ້ອງໃຊ້ຄົນຈຳນວນຫຼາຍເຄື່ອນຍ້າຍກະໂປ່ງເຈົ້າສາວ ແລະ ຕ້ອງໄດ້ຂີ້ບອນລູນແທນ

6w

7w

ຄູ່ບ່າວສາວທີ່ສູງທີ່ສຸດໃນໂລກ
ເຈົ້ສບ່າວ ເຈົ້າສາວ ທີ່ໄດ້ຮັບການບັນທຶກຈາກ guinness book world records ຄູ່ນີ້ຄື Anna Haining Swan ທີ່ສູງເຖິງ 220 ຊມ ແລະ Martin van Buren Bates ສູງ 327 ຊມ ທີ່ຕອນນີ້ກໍ່ຍັງບໍ່ທັນມີໃຜທຳລາຍສະຖິຕິໄດ້

8w

9e

ງານແຕ່ງໝາທີ່ແພງທີ່ສຸດໃນໂລກ
ງານແຕ່ງງານນີ້ມີມູນຄ່າເຖິງ $158,187.26 ລະຫວ່າງ “Baby Hope Diamond” (ໝາພັນ Coton de Tulear) ແລະ “Chilly Pasternak” ( ໝາພັນ Virginia poodle)

10w

ງານແຕ່ງທີ່ມີເພື່ອນເຈົ້າສາວ ແລະ ເພື່ອນເຈົ້າບ່າວຫຼາຍທີ່ສຸດໃນໂລກ

ພິທີວິວານີ້ ໄດ້ສ້າງຕຳນານຮັກ ແລະ ສະຖິຕິໂລກຂຶ້ນມາໃໝ່ ລະຫວ່າງເຈົ້າບ່າວ ຄື: ທ້າວ ນາລິນ ແລະ ນາງ ນິສັນຄາລາ ເພື່ອເຈົ້າສາວທີ່ຫຼາຍທີ່ສຸດໃນໂລກ 126 ຄົນ ແລ້ວຍັງມີເພື່ອເຈົ້າບ່າວອີກ 25 ຄົນ ເດັກຮັບໃຊ້ຜູ້ຊາຍ 20 ຄົນ ແລະ ເດັກຮັບໃຊ້ແມ່ຍິງອີກ 23 ຄົນ

11w 12w

ທີ່ມາຈາກ: http://www.weddinghitz.com/news

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...