spot_img
Homeວິທະຍາສາດ-ວິທະຍາການສຸດຍອດແພດຈີນປະສົບຄວາມສຳເລັດໃນການຜ່າຕັດຫົວໃຈໃຫ້ເດັກທີ່ຍັງຢູ່ໃນທ້ອງແມ່

ສຸດຍອດແພດຈີນປະສົບຄວາມສຳເລັດໃນການຜ່າຕັດຫົວໃຈໃຫ້ເດັກທີ່ຍັງຢູ່ໃນທ້ອງແມ່

Published on

ສຳນັກຂ່າວຊິນຫົວລາຍງານເມື່ອບໍ່ດົນມານີ້ ບັນດາທີມແພດຈາກໂຮງໝໍແມ່ ແລະ ເດັກ (Shanghai First Maternity and Infant Hospital) ໄດ້ປະສົບຄວາມສຳເລັດໃນການຜ່າຕັດຫົວໃຈໃຫ້ກັບເດັກໃນຄັນມານດາ ໄວອາຍຸ 29 ອາທິດເທົ່ານັ້ນ

ການຜ່າຕັດໃນຄັ້ງນີ້ໄດ້ໃ້ຜູ້ຊ່ຽວຊານເຖິງ 3 ຄົນ ເຂົ້າມາຊ່ວຍກັນດຳເນີນການແກ້ໄຂຮູບຮ່າງຂອງໂພ່ງໃນຫົວໃຈເດັກ ທີ່ມີຂະໜາດນ້ອຍເທ່າແກ່ນໝາກມີ້ ແລະ ຫຼັງຈາກການກວດສອບເປັນເວລາ 3 ອາທິດ ແພດກໍ່ໄດ້ວິນິດໄສວ່າການຜ່າຕັດຄັ້ງນີ້ປະສົບຄວາມສຳເລັດ ແລະ ເຖິງແມ່ນວ່າການຜ່າຕັດຈະສຳເລັດແລ້ວ ແຕ່ຍັງຕ້ອງມີການຕິດຕາມຜົນຂອງເດັກຫຼັງເກີດຢ່າງໃກ້ຊິດໃນໄລຍະຍາວ

ໂດຍຜູ້ຊ່ຽວຊານທັງ 3 ປະກອບມີ ທ່ານ ຊຸນ ລູ່ໝິງ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກຊຽງໄຮ້ ແລະ ສູນວິນິໄສກ່ອນເກີດ,​ທ່ານ ຫຼີ່ ເຟິ່ນ ຫົວໜ້າພະແນກໂຣກຫົວໃຈຂອງສູນການແພດເດັກຊຽງໄຮ້ ແລະ ທ່ານ ອູ໋ ຫຼິນ ຫົວໜ້າແຜນການກວດຫົວໃຈ ແລະ ຫຼອດເລືອດຂອງໂຮງໝໍເດັກ ແຫ່ງມະຫາວິທະຍາໄລຟູ່ຕັ້ນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...