spot_img
HomeຊີວິດແລະຄວາມຮັກWedding-Sex-loveສຸດຍອດອາຫານ 10 ຢ່າງ ຊ່ວຍກະຕຸ້ນທາງອາລົມທາງເພດໄດ້ດີ

ສຸດຍອດອາຫານ 10 ຢ່າງ ຊ່ວຍກະຕຸ້ນທາງອາລົມທາງເພດໄດ້ດີ

Published on

‘ເຊັກສ໌’ ອັນແສນຮ້ອນແຮງ ແລະ ພ້ອມຈະຫຼອມລະລາຍທັງສອງຄົນໃຫ້ກາຍເປັນໜຶ່ງດຽວ ບັນຍາກາດຂອງກິດຈະກຳບັນເລງຮັກເທິງຕຽງທີ່ເຕັມໄປດ້ວຍຄວາມສຸກນັ້ນ ແມ່ອີກໜຶ່ງສິ່ງທີ່ຈະຊ່ວຍກະຊັບຮັກ ແລະ ຄວາມສຳພັນຮັກຂອງທັງຄູ່ໄວ້ໄດ້ຍາວນານຂຶ້ນ ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາເລີຍ ຈັດສຸດຍອດອາຫານ 10 ຢ່າງ ຊ່ວຍກະຕຸ້ນທາງອາລົມທາງເພດໄດ້ດີ ມາຝາກກັນ ຈະມີຫຍັງແນ່ ເຮົາມາອ່ານເບິ່ງເລີຍ

1.ຊ໊ອກໂກແລດ
ກິ່ນຈາກຊ໊ອກໂກແລດຈະຊ່ວຍກະຕຸ້ນຕ່ອມປະຕິກິລິຍາທາງຄວາມຮູ້ສຶກໄດ້ດີ ໂດຍຈະຫລັ່ງຮໍໂມນອອກມາກະຕຸ້ນຄວາມຕ້ອງການທາງເພດ

2.ກະທຽມ
ມີສານທີ່ມີຊື່ວ່າ Allicin ເຊິ່ງມີຄຸນສົມບັດກະຕຸ້ນການໄຫລວຽນຂອງເລືອດ ຫາກກິນເປັນປະຈຳຈະຊ່ວຍກະຕຸ້ນອາລົມໃຫ້ມີຄວາມຮູ້ສຶກຕື່ນຕົວໄວ ແລະ ມີປະຕິກິລິຍາຕອບສະໜອງໄດ້ດີຢ່າງຕໍ່ເນື່ອງ

3.ແກ່ນໝາກອຶ
ກົດອະມິໂນທີ່ຊື່: ‘ໄທໂຣຊິນ’ ມີບົດບາດໃນການຊ່ວຍກະຕຸ້ນອາລົມຮັກໄດ້ຢ່າງດີ ແລະ ຍັງເສີມສ້າງຄວາມແຂງແຮງໃຫ້ຮ່າງກາຍ ໂດຍສະເພາະກິດຈະກຳເທິງຕຽງ

4.ນ້ຳມັນໝາກກອກ
ນ້ຳມັນໝາກກອກມີສ່ວນຊ່ວຍໃນການປັບໂຄງສ້າງຂອງນ້ຳເຊື້ອອະສຸຈິ ແລະ ຊ່ວຍເພີ່ມສະມັດທະພາບທາງເພດໄດ້ຢ່າງມີປະສິດທິພາບ

5.ຜັກຫອມປ້ອມ
ແນະນຳໃຫ້ກິນດິບແມ່ນດີທີ່ສຸດ ເພາະເປັນຜັກທີ່ຊ່ວຍກະຕຸ້ນອາລົມທາງເພດໄດ້ເປັນຢ່າງດີ ເພາະມີສານຮັກທີ່ມີຊື່ວ່າ Androsterone ເຊິ່ງສານດັ່ງກ່າວຈະຖືກປົດປ່ອຍອອກມາພ້ອມກັບເວລາຮ່າງກາຍຕອນເຫື່ອອອກ

6.ຫອຍນາງໂລມສົດ
ສຸດຍອດອາຫານທີ່ຄົນນິຍົມກິນ ໂດຍສະເພາະການກິນເພື່ອເພີ່ມຄວາມຕ້ອງການທາງເພດ ຫອຍນາງໂລມຈະມີສານຊ່ວຍບຳລຸງສຸຂະພາບຜູ້ຊາຍ ເຮັດໃຫ້ສະເປີມແຂງແຮງ ແລະ ມີປະລິມານຫຼາຍຂຶ້ນ ຖ້າກິນເປັນປະຈຳກໍ່ຍິ່ງເພີ່ມໂອກາດໃນການມີລູກໄດ້ສູງຂຶ້ນ

7.ໜໍ່ໄມ້ຝຣັ່ງ
ມີຟໍເລທ ແລະ ວິຕາມິນບີທີ່ມີສ່ວນຊ່ວຍໃນການສ້າງສານ Histamine ໃຫ້ເພີ່ມສູງຂຶ້ນ ໂດຍສານດັ່ງກ່າວຈະຊ່ວຍເພີ່ມຄວາມຕ້ອງການທາງເພດ ເຮັດໃຫ້ອາລົມຄວາມຕ້ອງການທາງເພດຊາຍ ແລະ ຍິງ ເພີ່ມຫຼາຍຂຶ້ນ

8.ໝາກເພັດ
ສານ Capsicin ທີ່ນອກຈາກຈະໃຫ້ຄວາມເພັດແລ້ວ ຍັງມີສ່ວນຊ່ວຍກະຕຸ້ນລະດັບຄວາມຕ້ອງການທາງເພດໃຫ້ສູງຂຶ້ນໄດ້ອີກດ້ວຍ

9.ໝາກໂມ
ໝາກໂມ ມີສານຊ່ວຍກະຕຸ້ນການໄຫລວຽນຂອງເລືອດ ດັ່ງນັ້ນໜຸ່ມສາວຄົນໃດທີ່ຄິດຢາກຄຶກຄັກກັບກິດຈະກຳເທິງຕຽງຕ້ອງໝັ່ນກິນໝາກໂມເປັນປະຈຳ

10. ໄຂລວກ

ມີສານຊ່ວຍກະຕຸ້ນອາລົມຮັກໄດ້ຢ່າງດີ ແລະ ຍັງເສີມສ້າງຄວາມແຂງແຮງໃຫ້ຮ່າງກາຍ ໂດຍສະເພາະກິດຈະກຳເທິງຕຽງ

ທີ່ມາ: http://women.sanook.com/blog/22207/

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...