spot_img
Homeຂ່າວຕ່າງປະເທດສື່ນອກລາຍງານ ຜູ້ນຳໃຊ້ iPhone ມີບັນຫາເມື່ອອັບເດດ iOS 11.4 

ສື່ນອກລາຍງານ ຜູ້ນຳໃຊ້ iPhone ມີບັນຫາເມື່ອອັບເດດ iOS 11.4 

Published on

ເມື່ອວັນທີ 16 ມິຖຸນາ 2018 ເວັບໄຊສ໌ເດລີເມວ ໃນອັງກິດລາຍງານຜູ້ໃຊ້ສະມາດໂຟນ, ໄອໂຟນ ຕຳນິ ລະບົບປະຕິບັດການລ່າສຸດ iOS 11.4 ເຮັດໃຫ້ແບັດເຕີລີ້ຫມົດຢ່າງໄວວາ ຫລັງຈາກບໍລິສັດ Apple ໄດ້ປ່ອຍລະບົບປະຕິບັດການນີ້ໃຫ້ຜູ້ໃຊ້ iPhone ອັບເດດເມື່ອ 2 ອາທິດທີ່ແລ້ວ ແລະ ໃນຂະນະນີ້ທາງ Apple ກໍຍັງບໍ່ທັນໄດ້ອອກມາຊີ້ແຈງ ຫລື ເປີດເຜີຍຕໍ່ສາເຫດທີ່ເຮັດໃຫ້ແບັດເຕີລີ້ຂອງ iPhone ຫມົດໄວຈາກການອັບເດດລະບົບປະຕິບັດການ iOS 11.4 ແຕ່ຢ່າງໃດ.

ຖ້າທ່ານເປັນຫນື່ງໃນບຸກຄົນທີ່ຍັງບໍ່ທັນໄດ້ອັບເດດ ສະມາດໂຟນເປັນ iOS 11.4 ແລ້ວຢ່າຟ້າວອັບເດດ ແມ່ນໃຫ້ລໍຖ້າຕໍ່ໄປກ່ອນ ເພາະມີຜູ້ໃຊ້ iPhone ກຳລັງຮຽກຮ້ອງເຖີງການອັບເດດລະບົບຊອຟ໌ແວລ໌ປະຕິບັດການລ່າສຸດຂອງ Apple ທີ່ປ່ອຍອອກມາ ໂດຍມີຜູ້ໃຊ້ iPhone ຄົນຫນື່ງຂຽນລົງໃນ Reddit ວ່າລະບົບປະຕິບັດການ iOS 11.4 ກິນແບັດເຕີລີ້ ເຮັດໃຫ້ຫມົດໄວກວ່າປົກກະຕິເຖີງ 25% ໃນຂະນະທີ່ຜູ້ໃຊ້ iPhone ຄົນອື່ນໆກໍບອກວ່າພວກເຂົາຕ້ອງໄດ້ສາກແບັດເຕີລີ້ຢ່າງຕໍ່ເນື່ອງ.

iOS 11.4 ເປີດໃຫ້ຜູ້ຄົນໄດ້ນຳໃຊ້ເມື່ອວັນທີ 29 ພຶດສະພາ ເພື່ອເຮັດໃຫ້ເຄື່ອງໂທລະສັບ iPhone ມີປະສິດທິພາບໃນການເກັບຂໍ້ຄວາມໃນ icloud ໂດຍລະບົບປະຕິບັດການ iOS 11.4 ຍັງປະກອບດ້ວຍ AirPlay2 ສຳລັບສຽງໃນຫລາຍໆຫ້ອງ ເພື່ອຮອງຮັບຄູ່ສຽງສະເຕີຣີໂອ Homepod.

 

 

ແຫລ່ງຂ່າວຕ່າງປະເທດ : TNA

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...