spot_img
Homeຂ່າວຕ່າງປະເທດເສິກຊີງຜູ້ນຳລັດຖະບານອັງກິດຈະເປີດສາກພາຍຫຼັງທີ່ ເມ ລາອອກ

ເສິກຊີງຜູ້ນຳລັດຖະບານອັງກິດຈະເປີດສາກພາຍຫຼັງທີ່ ເມ ລາອອກ

Published on

ບັນດາສະມາຊິກແຖວໜ້າຂອງພັກອະນຸຮັກນິຍົມເລີ່ມປະກາດສູ້ສຶກຊີງຕຳແໜ່ງຫົວໜ້າພັກລັດຖະບານສະຫະຣາຊະອານາຈັກຄົນໃໝ່ແທນທີ່ນາຍົກລັດຖະມົນຕີ ເທເຣຊາ ເມ ຊຶ່ງກຽມລາອອກຫຼັງເບັກຊິດມາຖິງທາງຕັນ ຂະນະທີ່ສຽງສ່ວນໃຫຍ່ຍົກໃຫ້ ບໍຣິສ ຈອນສັນ ເປັນ ຕົວເຕັງຕຳແໜ່ງດັ່ງກ່າວ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງລອນດອນເມື່ອວັນທີ 25 ພຶດສະພາຜ່ານມາວ່າ ຫຼັງຈາກທີ່ ທ່ານນາງ ເທເຣຊາ ເມ ປະກາດທັງນ້ຳຕາເມື່ອ 1 ວັນຫຼັງຈາກທີ່ສະຫະຣາຊະອານາຈັກເລືອກຕັ້ງສະມາຊິກສະພາເອີຣົບວ່າ ການລາອອກຈາກຕຳແໜ່ງຫົວໜ້າພັກອະນຸຮັກນິຍົມຂອງ ທ່ານ ນາງ ເມ ຈະມີຜົນໃນວັນທີ 7 ມິຖຸນາທີ່ຈະເຖິງນີ້ ຊຶ່ງກໍເທົ່າກັບເປັນການພົ້ນຈາກຕຳແໜ່ງຜູ້ນຳລັດຖະບານຂອງອັງກິດຢ່າງເປັນທາງການ ຫຼັງຈາກສະພາສາມັນປະຕິເສດແຜນຍຸດທະສາດເບັກຊິຕລັດຖະບານຂອງ ທ່ານ ເມ ເຖິງ 3 ຄັ້ງນັບແຕ່ຕົ້ນປີຜ່ານມາ ເຖິງແມ່ນວ່າພັກອະນຸຮັກນິຍົມຈະມີສຽງສ່ວນຫຼາຍໃນສະພາສາມັນກໍຕາມ ຊຶ່ງຂະບວນການສັນຫາຜູ້ນຳພັກອະນຸຮັກນິຍົມຄົນໃໝ່ຈະເລີ່ມຂຶ້ນພາຍໃນ 1 ອາທິດຫຼັງຈາກທີ່ ທ່ານ ນາງ ເມ ພົ້ນຈາກຕຳແໜ່ງ ແລະ ຖືເປັນນາຍົກລັດຖະມົນຕີຂອງອັງກິດທີ່ຄອງຕຳແໜ່ງໃນໄລຍະເວລາສັ້ນທີ່ສຸດ.

ຂະນະທີ່ບັນດາສະມາຊິກອັນດັບຕົ້ນໆຂອງພັກອະນຸຮັກນິຍົມຢ່າງໜ້ອຍ 4 ທ່ານ ກໍໄດ້ສະເໜີຕົວຊີງຕຳແໜ່ງຫົວໜ້າພັກ ແລະ ເຖິງແມ່ນວ່າຫຼາຍຝ່າຍຈະເຊື່ອວ່າຈະມີຜູ້ສະເໜີຕົວຫຼາຍກວ່ານີ້ ແຕ່ບັນດານັກວິເຄາະກໍມີສຽງສ່ວນໃຫຍ່ຍົກໃຫ້ ບໍຣິສ ຈອນສັນ ເປັນເຕັງໜຶ່ງ ຈອນສັນ ເປັນໜຶ່ງໃນແກນນຳຄົນສຳຄັນຂອງຝ່າຍເບັກຊິຕໃນການລົງນາມປະຊາມະຕິເມື່ອປີ 2016 ໂດຍໄດ້ກ່າວວ່າ ຫາກຕົນເອງຊະນະການຢັ່ງງສຽງພາຍໃນພັກ ແລະ ຖ້າຫາກອັງກິດຈະອອກຈາກອີຢູກໍຕາມ ການຜ່ອນຜັນຄັ້ງສຸດທ້າຍຂອງອີຢູໄດ້ຖືກກຳນົດໃຫ້ມີຂຶ້ນໃນວັນທີ 31 ຕຸລາ 2019.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:AP,REUTERS

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...