spot_img
Homeນານາສາລະສິ່ງທີ່ຕ້ອງຮູ້ຈັກກ່ອນເຮັດອາຊີບເສີມ

ສິ່ງທີ່ຕ້ອງຮູ້ຈັກກ່ອນເຮັດອາຊີບເສີມ

Published on

ຍຸກນີ້ການເຮັດວຽກປະຈຳອາໃສແຕ່ເງິນເດືອນພຍງຢ່າງດຽວອາດຈະບໍ່ພໍກັບລາຍຈ່າຍທີ່ເພີ່ມຂຶ້ນ ການເຮັດອາຊີບເສີມຈິ່ງເປັນວິທີຫາເງິນເພີ່ມໄດ້ອີກທາງຂອງໃຜຫຼາຍໆຄົນ ສຳລັບຄົນທີ່ກຳລັງຢາກເຮັດອາຊີບເສີມແຕ່ຍັງບໍ່ຮູ້ວ່າຈະເລີ່ມຕົ້ນແບບແນວໃດດີ ມື້ນີ້ໃນຄໍລຳສາລະໜ້າຮູ້ ແອັດມິນ ເລີຍມີຄຳແນະນຳມາຝາກ ເຊິ່ງຈະເຮັດແນວໃດນັ້ນເຮົາມາອ່ານໄປພ້ອມກັນເລີຍ.

  1. ສຳຄັນທ່ານຕ້ອງຮູ້ວ່າທ່ານຈະເຮັດອາຊີບເສີມກ່ຽວກັບຫຍັງປູກຝັງ, ລ້ຽງສັດ, ຮັບງານເສີມທາງນອກ ຫຼື ສົມມຸດຖ້າເປັນການຄ້າຂາຍທ່ານຈະຂາຍຫຍັງ, ຂາຍຢູ່ໃສ, ເນັ້ນກຸ່ມລູກຄ້າຂອງທ່ານແມ່ນເປັນກຸ່ມອາຍຸປະມານເທົ່າໃດໆ, ເພດໃດທີ່ຈະຊົມໃຊ້ສິນຄ້າຂອງທ່ານຫຼາຍທີ່ສຸດ
  2. ເວົ້າເລື່ອງທຶນມີເທົ່າໃດ? ຈະເອົາມາແຕ່ໃສ?, ສະຖານທີ່ຈະເຮັດຢູ່ໃສ, ຈະຂາຍຫຍັງດີ, ຈະລ້ຽງສັດປະເພດໃດດີ ແລະ ຈະປູກຫຍັງດີ?
  3. ເວລາ ທ່ານແນ່ໃຈບໍ່ວ່າທ່ານສາມາດຈັດສັນເວລາໄດ້ຢ່າງເໝາະສົມ ບໍ່ສົ່ງຜົນກະທົບກັບວຽກປະຈຳທີ່ເຮັດຢູ່
  4. ໃຈຮັກ ທ່ານແນ່ໃຈລະບໍ່ວ່າສິ່ງທີ່ທ່ານຈະເລີ່ມນີ້ແມ່ນສິ່ງທີ່ທ່ານຕ້ອງການເຮັດແທ້ໆ
  5. ທັກສະຄວາມຮູ້ ແນ່ນອນວ່າກ່ອນຈະເລີ່ມເຮັດຫຍັງລົງໄປທ່ານຕ້ອງມີຄວາມຮູ້ໃນສິ່ງນັ້ນຢ່າງໜ້ອຍຕ້ອງມີຄວາມຮູ້ຂັ້ນພື້ນຖານກ່ອນ ແລ້ວຈິ່ງຄ່ອຍພັດທະນາຂຶ້ນໄປ
  6. ທ່ານພ້ອມແລ້ວບໍ່ ແນ່ໃຈແລ້ວບໍ່ວ່າຈະເຮັດແທ້ໆຖ້າແນ່ໃຈແລ້ວກໍ່ລຸຍເລີຍ

ບໍ່ວ່າຈະເປັນອາຊີບເສີມ ຫຼື ວຽກປະຈຳເມື່ອໄດ້ລົງມືເຮັດລົງໄປແລ້ວທຸກຢ່າງບໍ່ແມ່ນເລື່ອງຫຼິ້ນໆ ທ່ານຕ້ອງໄດ້ຈິງຈັງກັບມັນບໍ່ດັ່ງນັ້ນທ່ານຈະບໍ່ສາມາດປະສົບຜົນສຳເລັດເຮັດໃຫ້ຊີວິດມີຢູ່ມີກິນຂຶ້ນໄດ້ ບາງຄົນກໍ່ເກີດໜີ້ສິນແຮງລຳບາກຂຶ້ນຕື່ມ ຄິດດີໆກ່ອນຕັດສິນໃຈເພື່ອທ່ານຈະພາດ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...