spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສິ່ງທີ່ຄົນມັກກິນຜັກຂະ ຄວນຮູ້

ສິ່ງທີ່ຄົນມັກກິນຜັກຂະ ຄວນຮູ້

Published on

ຜັກຂະເປັນພືດທີ່ມີກິ່ນເໝັນແຕ່ເມື່ອນຳມາປຸງອາຫານໂດຍສະເພາະມາໃສ່ກັບແກງໜໍໄມ້, ແກງໝາກມີ້ ມັນຈະເພີ່ມເຮັດໃຫ້ຣົດຊາດຂອງອານັ້ນແຊ໊ບຂຶ້ນທັນທີ ເວົ້າມາລະແອັດມິນຮູ້ສຶກຢາກກິນແກງໝາກມີ້ໃສ່ດູກໝູທັນທີ ແຕ່ມີຫຼາຍຄົນກໍ່ອາດຈະຍັງບໍ່ຮູ້ຈັກຄຸນປະໂຫຍດ ຫຼື ສັບພະຄຸນທາງຢາຂອງຜັກຂະເທື່ອ ໃນຄໍລຳ ສຸຂະພາບ ວັນນີ້ເຮົາຈະມາເວົ້າເຖິງສັບພະຄຸນທາງຢາຂອງຜັກຂະໃຫ້ທຸກຄົນໄດ້ຮູ້ຈັກນນຳກັນ

1.ເຕັມໄປດ້ວຍວິຕາມິນເອ ຊ່ວຍບຳລຸງສາຍຕາ

2.ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ

3.ມີກາກໃຍອາຫານທີ່ມີປະໂຫຍດຕໍ່ລະບົບຂັບຖ່າຍ

4.ຊ່ວຍຂັບລົມໃນກະເພາະແລະລຳໃສ້

5.ມີແຄຣຊ້ຽມສູງ ເຊິ່ງມີຄວາມສຳຄັນຕໍ່ກະດູກແລະແຂ້ວ ຊ່ວຍບຳລຸງເສັ້ນເອັນ

6.ມີທາດເຫຼັກທີ່ມີສ່ວນສຳຄັນໃນການຊ່ວຍບຳລຸງເລືອດ

7.ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງ

8.ຊ່ວຍບຳລຸງຜິວພັນໃຫ້ຜ່ອງໃສ ປ້ອງກັນການເຖົ້າກ່ອນໄວ ບຳລຸງເສັ້ນຜົມ

9.ມີເບຕ້າແຄໂຣທີນ ຊ່ວຍຕໍ່ຕ້ານການເກີດມະເຮັງ ແລະຫຼຸດໂອກາດທີ່ຈະເກີດໂລກຫົວໃຈ

10.ມີສານຊ່ວຍໃນການຕ້ານອະນຸມູນອິດສະລະ

ເຖິງຜັກຂະ ຈະມີສັບພະຄຸນທາງຢາຫຼາຍຂະໜາດນີ້ແຕ່ຂໍ້ຄວນລະວັງສຳລັບ ແມ່ລູກອ່ອນທີ່ໃຫ້ນົມລູກບໍ່ຄວນກິນ ຫຼື ສູດດົມກິ່ນເດັດຂາດ ເພາະແມ່ລູກອ່ອນສ່ວນຫຼາຍຈະເກີດອັນລາຍຕໍ່ສຸຂະພາບຍ້ອນຜິດກຳໄດ້

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...