spot_img
Homeນານາສາລະສິ່ງທີ່ຄົນມັກກິນຊ໊ອກໂກແລດ ຄວນຮູ້

ສິ່ງທີ່ຄົນມັກກິນຊ໊ອກໂກແລດ ຄວນຮູ້

Published on

ຊ໊ອກໂກແລດ ເປັນອີກໜຶ່ງຂອງຫວານທີ່ໃຜຫຼາຍຄົນມັກກິນເປັນອາຫານຫວ່າງ ເພາະຣົດຊາດທີ່ຫອມຫວານມັນ ຍິ່ງກິນຍິ່ງແຊ໊ບຕິດປາກຕິດຄໍ ແຕ່ຫຼາຍຄົນກໍ່ອາດຈະບໍ່ຮູ້ຈັກຄຸນປະໂຫຍດ ແລະ ໂທດຂອງມັນ ເຊິ່ງວັນນີ້ພວກເຮົາກໍ່ເລີຍມີມາຝາກກັນ

ຄຸນປະໂຫຍດຂອງຊ໊ອກໂກແລດ

1. ຢັບຢັ້ງຄວາມເຖົ້າ ບໍ່ໃຫ້ເຖົ້າໄວ

2. ມີປະໂຫຍດຕໍ່ການທຳງານຂອງຫົວໃຈ ແລະ ຄວາມດັນເລືອດສູງ

3. ຊ່ວຍເພີ່ມຮໍໂມນໂປຣເຈສເຕີໂຣນ ທີ່ມີຜົນຕໍ່ອາລົມຂອງແມ່ຍິງໃນໄລຍະເປັນປະຈຳເດືອນ

4. ຊ່ວຍຫຼຸດຄວາມຕຶງຄຽດໄດ້

5. ຊ່ວຍໃຫ້ຜິວງາມ ຫຼຸດບັນຫາເລື່ອງສິວ

6. ຊ່ວຍໃຫ້ຮູ້ສຶກມີຊີວິດຊີວາຂຶ້ນ

7. ຊ່ວຍບັນເທົາອາການໄອ

ຂໍ້ເສຍຂອງຊ໊ອກໂກແລດ

  1. ເຮັດໃຫ້ແຂ້ວກາຍສະພາບຈາກສີຂາວໄປເປັນສີເຫຼືອງ ແລະ ເປັນແຂ້ວແມງໄດ້ງ່າຍ
  2. ສ່ຽງກັບການເປັນໂຣກໜິ້ວໃນກະເພາະປັດສະວະ
  3. ເຮັດໃຫ້ກະດູກຜ່ອຍງ່າຍ ໂດຍສະເພາະແມ່ຍິງທີ່ກ້າວເຂົ້າສູ່ໄວໃກ້ໝົດປະຈຳເດືອນ
  4. ສ່ຽງກັບການເປັນໂຣກໄມເກຣນ
  5. ສ່ຽງກັບການມີເນື້ອເຍື້ອໃນເອິກ ຫຼື ໃນປອດ
  6. ສ່ຽງກັບການເປັນໂຣກນອນບໍ່ຫຼັບ

ໃນຊ໊ອກໂກແລດ ເຖິງຈະມີສານທີ່ມີຜົນປະໂຫຍດຕໍ່ຮ່າງກາຍດັ່ງທີ່ກ່າວມານັ້ນກໍ່ຈິງ ແຕ່ຖ້າກິນໃນປະລິມານທີ່ຫຼາຍເກີນໄປ ກໍ່ຈະເຮັດໃຫ້ເກີດເປັນຜົນເສຍຕໍ່ຮ່າງກາຍໄດ້ເຊັ່ນດຽວກັນ ເພາະໃນສ່ວນປະສົມຂອງ ຊ໊ອກໂກແລດ ມີສານຄາຟາອິນໃນປະລິມານຫຼາຍ, ແຊນທີນໄທໂອໂບຣມິນ, ສານອອກຊາເລດ, ສານເອມິນຫຼາຍຊະນິດ ຖ້າສານຈຳພວກນີ້ຫາກເຂົ້າສູ່ຮ່າງກາຍໃນປະລິມານຫຼາຍກໍ່ຈະສົ່ງຜົນເສຍຕໍ່ຮ່າງກາຍໄດ້ ສະນັ້ນການກິນຊ໊ອກໂກແລດໃຫ້ໄດ້ປະໂຫຍດນັ້ນ ຄວນກິນໃນປະລິມານພໍດີ ບໍ່ຄວນກິນຫຼາຍກິນພໍຫອມປາກຫອມຄໍ ກໍ່ພໍແລ້ວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...