spot_img
Homeຊີວິດແລະຄວາມຮັກສິ່ງທີ່ຄວນເຮັດແທນການຄິດແກ້ແຄ້ນຄົນຮັກເກົ່າ

ສິ່ງທີ່ຄວນເຮັດແທນການຄິດແກ້ແຄ້ນຄົນຮັກເກົ່າ

Published on

ຄວາມຮັກຫາງ່າຍ ຄວາມຮັກຫາຍາກ ໃນໂລກນີ້ບໍ່ແມ່ນວ່າທຸກຄົນຈະໄດ້ພົບກັບຄວາມຮັກທີ່ສົມຫວັງດັ່ງໃນຊີຣີ້ທີ່ເຮົາເບິ່ງ ເພາະຄວາມເປັນຈິງເລື່ອງລາວຂອງຄວາມຮັກມັນຕ້ອງມີຮັກ ມີເລີກ, ມີຄວາມສຸກ ແລະ ຄວາມເສຍໃຈ ເປັນເລື່ອງທຳມະດາ ກວ່າຄົນໜຶ່ງຈະໄດ້ພົບກັບຮັກແທ້ກໍ່ຕ້ອງຜ່ານການລອງຜິດລອງຖືກ ປ່ຽນຄູ່ຄວງໄປຫຼາຍຄນ ດັ່ງນັ້ນເວລາທີ່ເຮົາຮັກໃຜຈັກຄົນໜຶ່ງເຮົາກໍ່ຄວນຮັກຢ່າງມີສະຕິ ແລະ ຄວນເພື່ອໃຈໄວ້ເຈັບຕະຫຼອດເວລາ ໃນຄໍລຳ ຊີວິດ ກັບ ຄວາມຮັກ ມື້ນີ້ແອັດມິນ ມີ 5 ສິ່ງທີ່ຈະມາແນະນຳໃຫ້ທ່ານເຮັດດີກວ່າໃຊ້ເວລາໄປຄິດຫາວິທີແກ້ແຄ້ນຄົນທີ່ເຄີບຄົບ ເຊິ່ງຈະມີສິ່ງໃດແນ່ນັ້ນເຮົາມາອ່ານພ້ອມກັນເລີຍ.

  1. ອອກກຳລັງກາຍດີກວ່າ ນອກຈາກຈະເຮັດໃຫ້ຫຍຸ້ງກັບການອອກກຳລັງກາຍຈົນບໍ່ມີເວລາໄປຄິດຫາຄົນຮັກແລ້ວ ຍັງໄດ້ສຸຂະພາບທີ່ດີກັບຄືນມາອີກດ້ວຍ.
  2. ໄປເປັນອາສາສະໝັກຊ່ວຍງານສັງຄົມໃນເວລາວ່າງວຽກວ່າງຮຽນ ນອກຈາກຈະສ້າງຜົນປະໂຫຍດໃຫ້ກັບສ່ວນລວມແລ້ວ ທ່ານຍັງຖືໂອກາດນີ້ເປີດສັງຄົມກວ້າງໃຫ້ກັບຊີວິດໄດ້ເຫັນຫຼາຍສິ່ງຫຼາຍຢ່າງ ໄດ້ພົບຜູ້ຄົນຫຼາຍ ບາງເທື່ອອາດໄດ້ພົບຮັກຄັ້ງໃໝ່ໄວໆພ້ອມ
  3. ຢ່າໃຫ້ຄວາມຜິດຫວັງໃນຮັກມາທຳລາຍຕົນເອງ ຫົວໃຈທີ່ເຂັ້ມແຂງເທົ່ານັ້ນຈະຜ່ານໄລຍະທີ່ຫົວໃຈຢູ່ໃນພະວະຟ້າຝົນລົມແຮງນີ້ຜ່ານໄປໄດ້ ຕັ້ງສະຕິແລ້ວຕັ້ງໃຈເຮັດວຽກໃຫ້ໜັກຂຶ້ນ ອ່ານບົດຮຽນໃຫ້ຫຼາຍຂຶ້ນ ບໍ່ໃຫ້ມັນວ່າງໄປຄິດຫາໃຜ
  4. ປ່ອຍວາງ ເວນຍ່ອມລະງັບດ້ວຍການບໍ່ຈອງເວນ ແກ້ແຄ້ນໄປກໍ່ເທົ່ານັ້ນສຸດທ້າຍສິ່ງທີ່ໄດ້ກັບຄືນມາກໍ່ມີແຕ່ຄວາມເຈັບປວດ ມີຕາບາບທີ່ຕິດໄວ້ໃນໃຈເທົ່ານັ້ນ
  5. ຫັນມາດູແລຕົວເອງໃຫ້ຈົບໃຫ້ງາມ ຮັບຮອງວ່າຈະມີຄົນເຂົ້າມາໃຫ້ທ່ານເລືອກພຽບ!

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...