spot_img
Homeຂ່າວຕ່າງປະເທດສິລະປິນນັກຮ້ອງລະດັບໂລກນຳທັບຈັດຄອນເສີດການກຸສົນອອນລາຍ ຂອບໃຈຄົນແນວໜ້າສູ້ໂຄວິດ-19

ສິລະປິນນັກຮ້ອງລະດັບໂລກນຳທັບຈັດຄອນເສີດການກຸສົນອອນລາຍ ຂອບໃຈຄົນແນວໜ້າສູ້ໂຄວິດ-19

Published on

ສຳນັກຂ່າວ BBC ລາຍງານວ່າ ໃນວັນອາທິດທີ 19 ເມສາທີ່ຜ່ານມາ ເຫຼົ່າສິລະປິນຊື່ດັງລະດັບໂລກ ຮ່ວມກັບອົງການອະນາໄມໂລກ ແລະ ອົງການ Global Citizen ຮ່ວມພະລັງຈັດຄອນເສີດການກຸສົນອອນລາຍ One World: Together At Home ເປັນການຂອບໃຈເຈົ້າໜ້າທີ່ສາທາລະນະສຸກທົ່ວໂລກ.

Bllie Eilish ກຳລັງທຳການສະແດງ

Lady Gaga, Sir Paul McCartney ແລະ Billie Eilish ເປັນສິລະປິນສ່ວນໜຶ່ງຈາກສິລະປິນກວ່າ 100 ຄົນ ທີ່ຮ່ວມສະແດງຄອນເສີດຈາກທີ່ພັກອາໄສໃນຊ່ວງວິກິດໂຄວິດ-19. ວົງດົນຕີທີ່ມີສະມາຊິກຫຼາຍຄົນກໍ່ມາຮ່ວມດ້ວຍ, ສະມາຊິກວົງ Rolling Stones 4 ຄົນ ລວມໂຕກັນຫຼິ້ນດົນຕີຈາກຫ້ອງນັ່ງຫຼິ້ນຂອງຕົວເອງແລ້ວຖ່າຍທອດສົດຜ່ານຈໍສະແດງຜົນ 4 ຊ່ອງພ້ອມກັນ.

ສະມາຊິກວົງ Rolling Stones 4 ຄົນຮວມໂຕກັນຫຼິ້ນດົນຕີຈາກຫ້ອງນັ່ງຫຼິ້ນຂອງຕົວເອງແລ້ວຖ່າຍທອດສົດຜ່ານຈໍສະແດງຜົນ 4 ຊ່ອງພ້ອມກັນ

ການສະແດງທັງໝົດຍາວ 8 ຊົ່ວໂມງ ໂດຍມີການຖ່າຍທອດເລື່ອງລາວຈາກຊີວິດຈິງຂອງຜູ້ທີ່ຕ້ອງເຮັດວຽກຢູ່ແນວໜ້າໃນຊ່ວງວິກິດໄວຣັສໂຄວິດ-19.

Lady Gaga ທີ່ເປັນເຈົ້າຂອງແນວຄິດນີ້ ບອກວ່າການສະແດງຄັ້ງນີ້ເປັນຈົດໝາຍຮັກເຖິງໂລກ, ເພິ່ນກໍ່ໄດ້ຂໍອຸທິດຄອນເສີດນີ້ໃຫ້ກັບຜູ້ທີ່ເປັນແນວຮ່ວມ ແລະ ເຈົ້າໜ້າທີ່ທາງການແພດທຸກຄົນທີ່ເສຍສະລະຕໍ່ສູ້ໃນວິກິດນີ້ ທັ້ງຕົວເພິ່ນ ແລະ ສິລະປິນທີ່ເຂົ້າຮ່ວມສະແດງຕ້ອງການຕອບແທນຄວາມມີເມດຕາທີ່ຄົນກຸ່ມນີ້ນຳມາມອບໃຫ້ທຸກຄົນ.

ລາຍໄດ້ຈາກຄອນເສີດນີ້ຈະນຳໄປສົມທົບໃນກອງທຶນ Covid-19 Solidarity Response Fund ຂອງອົງການ ອະນາໄມໂລກ. ເຖິງຢ່າງໃດກໍ່ຕາມ Lady Gaga ໄດ້ບອກວ່າ ຄອນເສີດການກຸສົນນີ້ບໍ່ໄດ້ຈັດເພື່ອຂໍເງິນຈາກສາທາລະນະຊົນ ແຕ່ຕ້ອງການມຸ່ງປະເດັນໄປທີ່ຄວາມບັນເທິງ ແລະຄວາມເປັນນໍ້າໜຶ່ງໃຈດຽວກັນ.

Lady Gaga

ທ່ານສາມາດຮັບຊົມຄອນເສີດຍ້ອນຫຼັງໄດ້ໃນເວັບໄຊຍູທູບ (YouTube): https://www.youtube.com/watch?v=BzjMqd6KqXg

 

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...