spot_img
Homeຂ່າວຕ່າງປະເທດສິງກະ​ໂປ-​ສີ​ລັງກາເລີ່​ມ​ເຈລະຈາ​ການ​ຄ້າ​ເສລີ

ສິງກະ​ໂປ-​ສີ​ລັງກາເລີ່​ມ​ເຈລະຈາ​ການ​ຄ້າ​ເສລີ

Published on

ສິງກະ​ໂປ ​ແລະ ສີ​ລັງກາ​ເລີ່​ມ​ເຈລະຈາ ​ເພື່ອ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ລະຫວ່າງ​ກັນ​ຢູ່​ທີ່​ສິງກະ​ໂປ​ໃນ​ວັນ​ທີ 18 ກໍລະກົດ​ທີ່​ຜ່ານ​ມາ.

ສຳນັກຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ລັດຖະບານ​ສິງກະ​ໂປ ​ແລະ ລັດຖະບານ​ສີ​ລັງກາ ​ເລີ່​ມ​ເຈລະຈາ​ເພື່ອ​ເຮັດ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ຢູ່​ທີ່​ສິງກະ​ໂປ​ໃນ​ວັນ​ທີ 18 ກໍລະກົດ​ທີ່​ຜ່ານ​ມາ ​ໂດຍ​ການ​ເຈ​ລະ​ຈາ​ລວມ​ເຖິງ​ມາດ​ຕະການ​ຕ່າງໆ​ທີ່​ຈະ​ເປີດ​ເສລີ​ການ​ຄ້າ​ໃນ​ຂະ​ແໜງ​ສິນຄ້າ ​ແລະ ບໍລິການ​ລວມທັງ​ການ​ລົງທຶນ, ທ່ານ ​ເອສ ອິສະ​ວາຣານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ​ສິງກະ​ໂປ​ກ່າວ​ວ່າ ການ​ຊຸກຍູ້​ຂອງ​ສີ​ລັງກາ​ໃນ​ການ​ສ້າງ​ລະບົບ​ສາທາລະ​ນູປະ​ໂພ​ກ ​ແລະ ພັດທະນາ​ອຸດສາຫະກຳ​ຂອງ​ປະ​ເທດ ​ເປີດ​ໂອກາດ​ສຳລັບ​ບໍລິສັດ​ສິງກະ​ໂປ ທີ່​ຈະ​ເປັນ​ຮຸ້ນ​ສ່ວນ​ກັບ​ບໍລິສັດ​ຂອງ​ສີ​ລັງກາ ​ແລະ ມີ​ສ່ວນ​ຮ່ວມ​ໃນ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ປະ​ເທດ​ຝັ່ງ​ມະຫາ​ສະໝຸດ​ອິນ​ເດ​ຍ, ທ່າມກາງ​ສະພາບ​ແວດ​ລ້​ອມທາງ​ເສດຖະກິດ​ບໍ່​ແນ່ນອນ ສີ​ລັງກາ​ສະ​ເໜີ​ຊ່ອງ​ທາງ​ທີ່​ດີ​ສຳລັບ​ບໍລິສັດ​ສິງກະ​ໂປ ທີ່​ກຳລັງ​ຊອກ​ຫາ​ໂອກາດ​ໃນ​ຕະຫຼາດ​ໃໝ່.

​ໃນ​ວັນ​ດຽວ​ກັນ​ນີ້ ທ່ານ ລີ ຊຽນ ລຸ້​ງ ນາຍົກລັດຖະມົນຕີຂອງສິງກະ​ໂປ ​ແລະ ທ່ານ ຣານິວ ວິ​ກຳ​ສິງ ນາຍົກລັດຖະມົນຕີຂອງສີງລັງກາ ຮ່ວມ​ເປັນ​ສັກ​ຂີ​ພະຍານ​ໃນ​ພິທີ​ລົງ​ນາມ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ(​ເອັມ​ໂອ​ຢູ)ລະຫວ່າງ​ທ່ານ ​ເອສ ອິສະ​ວາຣານ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ​ສິງກະ​ໂປ​ກັບ​ທ່ານ ມາ​ລິກ ສົມ​ວິ​ກຳ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ສີ​ລັງກາ​ຢູ່​ທີ່​ທຳນຽບອິສຕານາ​ຂອງ​ສິງກະ​ໂປ, ຊຶ່ງ​ສີ​ລັງກາ​ເປັນ​ປະ​ເທດ  ​ຮຸ້​ນສ່ວນ​ການ​ຄ້າ​ລາຍ​ໃຫຍ່​ສຸດ​ອັນ​ດັບ​ທີ່ 39 ຂອງ​ສິງກະ​ໂປ ມູນ​ຄ່າ​ການ​ຄ້າ 2 ທາງ​ຢູ່​ທີ່ 1,52 ຕື້​ໂດ​ລາ​ສະຫະລັດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...