spot_img
Homeຂ່າວຕ່າງປະເທດສຳເລັດກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ຣາຊະອານາຈັກໄທ

ສຳເລັດກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ຣາຊະອານາຈັກໄທ

Published on

ກອງປະຊຸມຜູ້ນຳອາຊຽນຄັ້ງທີ 34 ຊຶ່ງຈັດຂຶ້ນລະຫວ່າງວັນທີ 22-23 ມິຖຸນາ 2019 ຜ່ານມາທີ່ຣາຊະອານາຈັກໄທຮັບກຽດເປັນເຈົ້າພາບ ໂດຍກອງປະຊຸມໃນຄັ້ງນີ້ໄດ້ເນັ້ນການເຈລະຈາຕົກລົງພັນທະມິດດ້ານການຄ້າລະດັບພູມີພາກອາຊຽນເປັນຫຼັກ.

ກອງປະຊຸມດັ່ງກ່າວຈັດຂຶ້ນຢູ່ທີ່ໂຮງແຮມ ດິ ແອັດທິນີ ມະຫານະຄອນບາງກອກ ໂດຍມີຜູ້ນຳຈາກ 16 ປະເທດເຂົ້າຮ່ວມ ຊຶ່ງແບ່ງ ອອກເປັນສະມາຊິກອາຊຽນ 10 ປະເທດ ແລະ ຄູ່ປະເທດເຈລະຈາ 6 ປະເທດຄື ສປ ຈີນ ອິນເດຍ ຍີ່ປຸ່ນ ສ.ເກົາຫຼີ ອົສຕຣາລີ ແລະ ນິວຊີແລນ ກ່າວເປີດງານໂດຍ ທ່ານພົນເອກ ປຣະຢຸດ ຈັນໂອຊາ ໃນຖານະຫົວໜ້າລັດຖະບານລະບານແຫ່ງຣາຊະອານາຈັກໄທຮັບໜ້າທີ່ເປັນປະທານການປະຊຸມສຸດຍອດແບບຄົບຄະນະຢ່າງເປັນທາງການ.

ທັງນີ້ ສາລະສຳຄັນເລື່ອງໜຶ່ງຂອງການປະຊຸມໃນຄັ້ງນີ້ແມ່ນໄດ້ເນັ້ນຢ້ຳການເຈລະຈາຂໍ້ຕົກລົງພັນທະມິດທາງການຄ້າໃນລະດັບພູມີພາກາຊຽນ ຫຼື ທີ່ເອີ້ນວ່າ ອາເຊັບ (RCEP) ທີ່ປະເທດໄທໃນຖານະເຈົ້າພາບຈະປຸກລະດົມໃຫ້ເກີດຄວາມສຳເລັດໃຫ້ໄດ້ ນອກຈາກນີ້ ຍັງມີເລື່ອງການຈັດຕັ້ງໜ່ວຍງານຊ່ວຍເຫຼືອ ແລະ ລະບົບໂລຈິສຕິກເພື່ອຊ່ວຍເຫຼືອກໍລະນີເກີດເຫດສຸກເສີນໃນແຜ່ນດິນໃຫຍ່ຂອງກຸ່ມປະເທດອາຊີຕາເວັນອອກສຽງໃຕ້ຢູ່ທີ່ແຂວງໄຊນາດ ຊຶ່ງການຮັບຮອງແຜນປະຕິບັດການແກ້ໄຂບັນຫາຂີ້ເຫຍື້ອທະເລ ການວາງແຜນຮ່ວມກັນໃນການເຜີຍແຜ່ປະຊາສຳພັນວັດທະນະທຳຂອງອາຊຽນ ທັງໃນປະເທດສະມາຊິກ ແລະ ທົ່ວໂລກຕະຫຼອດປີ 2019 ລວມເຖິງການຈັດຕັ້ງສູນອາຊຽນໃນດ້ານຕ່າງໆອີກ 7 ດ້ານຄື ການດູແລຜູ້ອາຍຸສູງ ແລະ ການພັດທະນາ ແລະ ວິໄຈຢ່າງຍືນຍົງເຫຼົ່ານີ້ເປັນຕົ້ນ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: sanook.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...