ສຳເລັດກອງປະຊຸມວົງແຄບ ຂອງລັດຖະມົນຕີການຕ່າງປະເທດອາຊຽນ ທີ່ມຽນມາ

ວັນ​ທີ 17 ມັງກອນ 2014 ຄະນະ​ຜູ້​ແທນ ​ສປປ ລາວ ນຳ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະເທດ ໄດ້​ສຳເລັດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ວົງ​ແຄບ ຂອງ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ (AMM Retreat) ຈັດ​ຂຶ້ນ​ທີ່​ບາ​ການ ມຽນ​ມາ ໂດຍ​ການ​ເປັນ​ເຈົ້າພາບ ແລະ ເປັນ​ປະທານ​ຂອງ​ທ່ານ ອູ​ວຸນ​ນາ ມອງ​ລິນ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ​ແຫ່ງ ສາທາລະນະ​ລັດ​ສະຫະພາບ​ມຽນ​ມາ.

ກອງ​ປະຊຸມ​ວົງ​ແຄບ​ຄັ້ງ​ນີ້ ເປັນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ ພາຍ​ໃຕ້​ການ​ເປັນ​ປະທານ​ອາ​ຊຽນ​ຂອງ​ມຽນ​ມາ ສຳລັບ​ປີ 2014 ຫົວຂໍ້​ສຳຄັນ​ທີ່​ໄດ້​ປຶກສາ​ຫາລື​ກັນ​ມີ​ຄື: ການຈັດຕັ້ງ​ຜັນ​ຂະຫຍາຍ​ຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 23 ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວຂ້ອງ ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ 2013 ກໍ່​ຄື​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ບຸລິມະສິດ​ຂອງ​ການ​ເປັນ​ປະທານ​ອາ​ຊຽນ​ຂອງ​ມຽນ​ມາ ສຳລັບ​ປີ 2014 ທົບ​ທວນ​ການ​ພົວພັນ​ຮ່ວມ​ມື​ກັບ​ພາຍ​ນອກ​ຂອງ​ອາ​ຊຽນ ວິໄສ​ທັດ​ອາ​ຊຽນ​ຫຼັງ 2015 ແລະ ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ ສາກົນ​ທີ່​ພົ້ນ​ເດັ່ນ ແລະ ມີ​ຄວາມ​ສົນໃຈ​ຮ່ວມ​ກັນ ໝາກຜົນ​ທີ່​ສຳຄັນ​ຂອງ​ກອງ​ປະຊຸມ​ມີ​ດັ່ງນີ້: ບັນດາ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ ໄດ້​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ແລະ ເຫັນ​ວ່າການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ມີ​ຄວາມ​ຄືບ​ໜ້າ​ເທື່ອ​ລະ​ກ້າວ ແຕ່​ອາ​ຊຽນ​ຕ້ອງ​ໄດ້​ເພີ່ມ​ທະວີ​ຄວາມ​ພະຍາຍາມ ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃຫ້​ສຳເລັດ​ໃນ​ປີ 2015.

ໃນ​ໂອກາດ​ນີ້ ບັນດາ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ ໄດ້​ຮັບຮອງ​ເອົາ​ບຸລິມະສິດ​ຂອງ​ອາ​ຊຽນ ສຳລັບ​ປີ 2014 ໂດຍ​ການ​ເປັນ​ປະທານ​ອາ​ຊຽນ​ຂອງ​ມຽນ​ມາ ພາຍ​ໃຕ້​ຄຳ​ຂວັນ “ກ້າວ​ໄປ​ຂ້າງ​ໜ້າ​ດ້ວຍ​ຄວາມ​ເອກະ​ພາບ ສູ່​ປະຊາ​ຄົມ​ທີ່​ມີ​ສັນຕິພາບ ແລະ ຄວາມ​ວັດທະນາ​ຖາວອນ” (Moving Forward in unity towards a peaceful and prosperous Community) ກ່ຽວ​ກັບ​ການ​ພົວພັນ​ກັບ​ພາຍ​ນອກ ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ຄວາມ​ເປັນ​ແກນ​ກາງ ແລະ ບົດບາດ​ອັນ​ສຳຄັນ​ຂອງ​ອາ​ຊຽນ​ໃນ​ພາກ​ພື້ນ ທ່າມກາງ​ສະພາບ​ພູມ​ສາດ​ການເມືອງ​ໃໝ່ ທີ່​ສືບຕໍ່​ຜັນ​ແປ​ໄປ​ຢ່າງ​ສະຫຼັບ​ສັບ​ຊ້ອນ ແລະ ເຫັນ​ວ່າ​ອາ​ຊຽນ​ຄວນ​ສືບຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ທີ່​ອາ​ຊຽນ​ເປັນ​ຜູ້​ລິ​ເລີ່ມ ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ ໂດຍ​ອາ​ຊຽນ​ເປັນ​ແກນ​ກາງ.

ພ້ອມ​ກັນ​ນີ້ ບັນດາ​ລັດຖະມົນຕີ​ການ​ຕ່າງປະເທດ​ອາ​ຊຽນ ກໍ່​ໄດ້​ເຫັນ​ດີ​ໃຫ້​ບັນດາ​ເຈົ້າ​ໜ້າທີ່​ອາວຸໂສ​ອາ​ຊຽນ ເລີ່ມ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ວິໄສ​ທັດ​ອາ​ຊຽນ ຫຼັງ​ປີ 2015 ໃນ​ເວລາ​ອັນ​ໄວ ໂດຍ​ປະສານ​ສົມທົບ​ກັບ​ຂະແໜງການ​ຕ່າງໆ​ຂອງ​ອາ​ຊຽນ ນອກຈາກ​ນີ້ ກອງ​ປະຊຸມ​ວົງ​ແຄບ​ຄັ້ງ​ນີ້ ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ແລະ ສາກົນ​ທີ່​ພົ້ນ​ເດັ່ນ ແລະ ມີ​ຄວາມ​ສົນໃຈ​ຮ່ວມ​ກັນ.

 

ທີ່ມາ http://www.vientianemai.net/teen/khao/1/11013