spot_img
Homeຂ່າວການພັດທະນາສຳມະນາ ວ່າດ້ວຍບົດບາດແມ່ຍິງໃນຂະແໜງທ່ອງທ່ຽວອາຊຽນ

ສຳມະນາ ວ່າດ້ວຍບົດບາດແມ່ຍິງໃນຂະແໜງທ່ອງທ່ຽວອາຊຽນ

Published on

ກອງ​ປະ­ຊຸມສຳ​ມະ​ນາ​ວ່າ​ດ້ວຍ​ບົດ­ບາດ​ແມ່­ຍິງ​ໃນຂະ­ແໜງ​ການ­ທ່ອງ­ທ່ຽວ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 13-15 ມິ­ຖຸ­ນາ 2016 ທີ່​ນະ­ຄອນ­ຫຼວງ​ວຽງ​ຈັນ, ເພື່ອ​ປຶກ­ສາ​ຫາ­ລື​ວິ­ທີ​ການ​ດຳ­ເນີນ​ທຸ­ລະ​ກິດ​ທ່ອງ​ທ່ຽວ ແລະ​ປຶກ­ສາ​ຫາ­ລື​ກ່ຽວ​ກັບມາດ​ຕະ­ການ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງໃນ​ຂະ­ແໜງ­ການ​ຂອງ​ຕົນ.

ໃນ​ວັນ​ທີ 13 ມິ­ຖຸ­ນາ 2016 ທີ່​ລາວ ພລາ​ຊາໄດ້​ຈັດ​ກອງ​ປະ­ຊຸມ​ສຳ​ມະ​ນາ​ວ່າດ້ວຍ​ບົດ­ບາດ​ແມ່­ຍິງ​ໃນ​ຂະ­ແໜງ­ການ ທ່ອງ​ທ່ຽວ​ອາ​ຊຽນໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສະ­ຫວັນ​ຄອນ ຣາ​ຊ ມຸນ­ຕີຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ, ທ່ານ ຈອນ ວິນ​ລ່ຽມສ໌ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອົດ​ສະ​ຕຣາ​ລີ ປະ­ຈຳ​ລາວ, ໂດຍ​ມີ​ຜູ້​ແທນ​ດ້ານ​ການ­ທ່ອງ­ທ່ຽວ​ອາ​ຊຽນ​ຫຼາຍ​ກວ່າ 100 ທ່ານ, ມີ​ບັນ­ດາ​ພະ­ນັກ­ງານ​ວິ­ຊາ​ການ ແລະ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າຮ່ວມ.

ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ຍັງ​ເປັນ​ໂອກາດ​ທີ່​ດີ​ໃຫ້​ແກ່​ຜູ້​ປະ­ກອບ​ການ​ໃນ​ຂະແໜງ​ການ­ທ່ອງ­ທ່ຽວແມ່­ຍິງ ອາ​ຊຽນ ປັບ­ປຸງ, ເສີມ​ສ້າງ​ທັກ​ສະ ແລະ​ສ້າງ​ເຄືອ​ຂ່າຍ ແລະ​ທັງ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ນັກ­ທຸ­ລະ­ກິດ​ຂອງ​ຕົນ ໂດຍ​ສະ­ເພາະ​ແມ່ນ​ຜູ້​ດຳ­ເນີນ​ທຸ­ລະ​ກິດ​ຂະໜາດ​ນ້ອຍ ແລະ​ກາງ​ໃນ​ອຸດ­ສາ­ຫະ­ກຳ​ການ­ທ່ອງ­ທ່ຽວ, ສືບ­ຕໍ່​ມີ​ບົດ­ບາດ​ສຳ­ຄັນ ໃນ​ການ​ພັດ­ທະ­ນາ​ຂະ­ແໜງ­ການ​ທ່ອງທ່ຽວ​ຢູ່​ໃນ ລາວ ແລະ​ໃນ​ທົ່ວ​ພາກ​ພື້ນ​ອາ​ຊຽນຊຶ່່ງ​ເປັນ​ພາກ​ພື້ນ​ທີ່​ມີ­ແຮງ​ງານ​ຍິງ​ກວມ​ເອົາ 60 ຂອງ​ແຮງ​ງານ​ທັງ​ໝົດ​ໃນຂະ­ແໜງ​ອຸດ­ສາ­ຫະ­ກຳ​ການ­ທ່ອງ­ທ່ຽວ.

ທັງ​ນີ້ ຍັງ​ໄດ້​ຮັບ​ຟັງ​ການ​ບັນ­ຍາຍ ຈາກ​ຜູ້​ຊ່ຽວ­ຊານ​ຈາກ​ພາກ​ພື້ນ ແລະ​ສາ­ກົນ ໃນ​ຫົວ​ຂໍ້­ຄວາມ​ຄິດ​ສ້າງ­ສັນ ແລະ ເຕັກ​ໂນ​ໂລ​ຊີ, ການ​ຕະ­ຫຼາດ​ທ່ອງ​ທ່ຽວ ແລະ​ເຄື່ອງ­ໝາຍ​ສິນ­ຄ້າ, ການ​ເງິນ, ການ ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ, ພາ­ວະ​ຄວາມ ເປັນ​ຜູ້­ນຳ.

ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້, ແມ່ນ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ ແລະ​ຮ່ວມ​ມື​ຈາກ​ສະ­ຖານ­ທູດ​ອົດ​ສະ​ຕຣາ​ລີ, ສະ­ພາ​ການ​ຄ້າ ອົດ​ສະ​ຕຣາ​ລີ ປະ­ຈຳ​ລາວ ແລະ​ກະ­ຊວງ​ຖະ​ແຫຼ່ງ​ຂ່າວ ວັດ­ທະ­ນະ­ທຳ ແລະ​ທ່ອງ​ທ່ຽວ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...