spot_img
Homeຂ່າວທ້ອງຖິ່ນສຳພັນລາວ-ຈີນໜຽວແໜ້ນ! ຊ່ຽວຊານຈີນຈະປະຕິບັດໜ້າທີ່ຕ້ານໂຄວິດ-19 ຊ່ວຍລາວ 14 ວັນ

ສຳພັນລາວ-ຈີນໜຽວແໜ້ນ! ຊ່ຽວຊານຈີນຈະປະຕິບັດໜ້າທີ່ຕ້ານໂຄວິດ-19 ຊ່ວຍລາວ 14 ວັນ

Published on

ທີມງານແພດໝໍຈາກ ສປ ຈີນ 12 ທ່ານ  ພ້ອມດ້ວຍອຸປະກອນການແພດ ເດີນທາງມາຮອດສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນເຊົ້າ ຂອງວັນທີ 29 ມີນາ 2020 ນີ້ ເພື່ອຊ່ວຍລາວໃນການ​ຄວບ​ຄຸມ​ພະ​ຍາດ COVID-19.

ແພດໝໍຈີນຈຳນວນ 12 ທ່ານ ພ້ອມດ້ວຍອຸປະກອນການແພດ, ເຄື່ອງມືອຸປະກອນປິ່ນປົວທີ່ມີມູນຄ່າ 4,17 ລ້ານຢວນ, ຈາກເມືອງ ຄຸນມິງ, ຢຸນນານ ສປ ຈີນ ໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ ດ້ວຍເຮືອບິນພິເສດຂອງສາຍການບິນ China Eastern ພາຍຫຼັງລັດຖະບານລາວປະກາດມີຜູ້ຕິດເຊື້ອພະຍາດ ໂຄວິດ-19 ສອງກໍລະນີທຳອິດ ແລະ ໄດ້ຮ້ອງຂໍການຊ່ວຍເຫຼືອຈາກຈີນບໍ່ເຖິງ 5 ວັນ.

ທີ່ສະໜາມບິນສາກົນວັດໄຕ ໄດ້ຈັດພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຢ່າງເປັນທາງການ ແລະ ສົມກຽດ, ໂດຍແມ່ນ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ທ່ານ ຮສ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງ ສາທາລະນະສຸກ, ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ ຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ.

ສຳລັບແຜນການເຮັດວຽກ ຢູ່ ສປປ ລາວ ຂອງຄະນະແພດ ແລະ ຊ່ຽວຊານ ແມ່ນຈະດຳເນີນໄປໃນໄລຍະເວລາ 14 ວັນ, ໂດຍຈະແບ່ງປັນປະສົບການກັບຝ່າຍລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ, ກວດຫາຜູ້ຕິດເຊື້ອ, ກວດວິເຄາະເຊື້ອພະຍາດຢູ່ຫ້ອງທົດລອງ ແລະ ປິ່ນປົວຄົນເຈັບ, ພ້ອມທັງຈະແລກປ່ຽນບົດຮຽນ ກັບກະຊວງສາທາລະນະສຸກ ແລະ ໂຮງໝໍສູນກາງຂອງ ສປປ ລາວ.

ກ່ອນທີ່ໜ່ວຍຊ່ຽວຊານການແພດຈີນ ເດີນທາງມາຮອດປະເທດລາວ, ລັດຖະບານຈີນໄດ້ໃຫ້ການຊ່ວຍເຫຼືອລາວ ເຊັ່ນ: ຊຸດປ້ອງກັນພະຍາດ 5.000 ຊຸດ, ຜ້າປິດປາກ N95 5.000 ອັນ, ຜ້າປິດປາກການແພດທຳມະດາ 4 ແສນອັນ ແລະ ນໍ້າຢາກວດຫາເຊື້ອພະຍາດ ຈຳນວນໜຶ່ງ, ຢາກວດນິວຄະເລອິກເຊື້ອໄວຣັດ 20.000 ອັນ ຈາກມູນນິທິ ແຈັກ ໝ່າ ໄດ້ສົ່ງໄປຮອດປະເທດລາວແລ້ວ, ອົງການປົກຄອງແຂວງຢຸນນານ, ແຂວງ ຫູນານ ແລະ ແຫ່ງຕ່າງໆ ພ້ອມດ້ວຍສະມາຄົມພັດທະນາເສດຖະກິດອາຊີຂອງຈີນ, ສະມາຄົມນັກທຸລະກິດຈີນແລະຕ່າງປະເທດ ແລະ ອົງການຈັດຕັ້ງທາງສັງຄົມ ຕ່າງກໍໄດ້ບໍລິຈາກເງິນ ແລະ ອຸປະກອນໃຫ້ປະເທດລາວເປັນຈຳນວນບໍ່ໜ້ອຍ.

ສາຍສຳພັນລາວ-ຈີນ ຄືຄວາມຮັກແພງຢ່າງສະໜິດສະໜົມຢ່າງແທ້ຈິງ ທ່າມກາງການຕໍ່ສູ້ກັບໂຣກລະບາດຮ້າຍແຮງ ໃນເວລາທີ່ຈີນຕ້ານກັບການແຜ່ລະບາດຂອງພະຍາດຢ່າງລຳບາກທີ່ສຸດ, ເຖິງວ່າປະເທດລາວເປັນປະເທດດ້ອຍພັດທະນາທີ່ມີປະຊາກອນບໍ່ເຖິງ 7 ລ້ານຄົນ ແລະ ມີຍອດມູນຄ່າເສດຖະກິດບໍ່ເຖິງ 20 ຕື້ໂດລາສະຫະລັດກໍຕາມ, ແຕ່ລາວກໍໄດ້ຊ່ວຍເຫຼືອເງິນສົດ 7 ແສນໂດລາສະຫະລັດ ແລະ ວັດຖຸອຸປະກອນປ້ອງກັນພະຍາດຫຼາຍງວດ, ເຊິ່ງເປັນການສະແດງອອກເຖິງ ຄວາມຈິງໃຈຢ່າງສຸດຄວາມສາມາດໃນການຈັດງານກຸສົນທີ່ນະຄອນຫຼວງວຽງຈັນທ່ານກາງ ສຽງເພັງຢ່າງອຳມະຕະ: “ຈີນສູ້ໆ! ອູຮັ່ນສູ້ໆ!” ເຊິ່ງເພງນີ້ໄດ້ຄອງອັນດັບໜຶ່ງໃນບັນຊີລາຍຊື່ເພງຕ້ານພະຍາດທີ່ມີຜູ້ຟັງຫຼາຍທີ່ສຸດ. ຜູ້ໃຊ້ອິນເຕີເນັດຂອງຈີນຫຼາຍພັນຫຼາຍລ້ານໄດ້ມີຄວາມເຫັນວ່າ: “ຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ສະຫງົບລົງແລ້ວຈະພາກັນເດີນທາງໄປເບິ່ງປະເທດລາວທີ່ສວຍງາມ ແລະ ສຳພັດກັບຈິດໃຈທີ່ມີຄວາມເມດຕາກະລຸນາແບບນີ້ຢ່າງແນ່ນອນ.”

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ, ໜັງສືພິມວຽງຈັນທາມ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...