spot_img
Homeນານາສາລະສາເຫດທີ່ເຮັດໃຫ້ກິນໝາກນັດແລ້ວ "ແສບລີ້ນ"

ສາເຫດທີ່ເຮັດໃຫ້ກິນໝາກນັດແລ້ວ “ແສບລີ້ນ”

Published on

ໝາກນັດນອກຈາກເປັນໝາກໄມ້ທີ່ລົດຊາດແຊບຖືກໃຈຫຼາຍຄົນແລ້ວ ຍັງມີສານອາຫານທີ່ດີຕໍ່ຮ່າງກາຍອີກດ້ວຍ ບໍ່ວ່າຈະເປັນຄາໂບໄຮເດດ, ວິຕາມິນຊີ, ວິຕາມິນບີ 1, ວິຕາມິນບີ 6, ແຄວຊຽມ, ເຫຼັກ ແລະແຮ່ທາດອີກຫຼາຍໆຊະນິດ

ສາເຫດທີ່ກິນໝາກນັດແລ້ວ ຮູ້ສຶກວ່າແສບລີ້ນ, ເພາະວ່າໝາກນັດມີເອນໄຊທີ່ມີຊື່ວ່າ “ບຣໍມີເລນ” ເຊິ່ງມີຄຸນສົມບັດຍ່ອຍສະຫຼາຍໂປຣຕີນ ບໍ່ໃຫ້ໂປຣຕີນຄ້າງຢູ່ໃນລຳໄສ້ ແລະລີ້ນຂອງເຮົາກໍມີທຳມະຊາດເຄື່ອນຢູ່. ດັ່ງນັ້ນ ເອນໄຊ ບຣໍມີເລນ ຈຶ່ງເຮັດການຍ່ອຍໂປຣຕີນໃນລີ້ນ ຈຶ່ງເຮັດໃຫ້ເຮົາຮູ້ສຶກເຄັດລີ້ນ, ແຕ່ເມື່ອເຮົາເຊົາກິນໝາກນັດ ບຶດໜຶ່ງລີ້ນກໍຈະສ້າງໂປຣຕີນຂຶ້ນມາເຄືອບລີ້ນໃໝ່ ເຮັດໃຫ້ອາການເຄັດລີ້ນນັ້ນດີເອງໄດ້

ມື້ນີ້ເຮົາມີເຄັດລັບວິທີກິນໝາກນັດບໍ່ໃຫ້ແສບລີ້ນ ໂດຍການເອົາໝາກນັດທີ່ປອກເປັນປ່ຽງໄປແຊ່ກັບນໍ້າເກືອ ປະມານ 2-3 ນາທີກ່ອນກິນ ຫຼືອາດຈະກິນໂດຍການຈໍ້າເກືອເລີຍກໍໄດ້ ແຕ່ອາດບໍ່ໄດ້ຜົນດີເທົ່າການເອົາແຊ່ກັບເກືອ ເທົ່ານີ້ກໍສາມາດຊ່ວຍຫຼຸດການເຄັດລີ້ນຈາກການກິນໝາກນັດໄດ້ແລ້ວ.

ການທີ່ເຮົາເອົາໄປແຊ່ກັບນໍ້າເກືອນັ້ນຈະເຮັດໃຫ້ຫຼຸດຄວາມເຂັ້ມຂຸ້ນຂອງເອນໄຊ ບຣໍມີເລນ ເຮັດໃຫ້ເອນໄຊດັ່ງກ່າວບໍ່ເຮັດວຽກເຕັມທີ່, ແຕ່ຖ້າໃຜຫາກຈະກິນໝາກນັດເພື່ອຊ່ວຍຍ່ອຍອາຫານ ຕ້ອງກິນແບບສົດໆເທົ່ານັ້ນຈຶ່ງຈະເຫັນຜົນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!


 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...