spot_img
Homeຂ່າວພາຍ​ໃນສາເຫດຍິງຊາຍຊາວຈີນຢູ່ທາງແບ່ງຫຼັກຊາວ ຍ້ອນຄຽດແຄ້ນທີ່ເວົ້າທ້າທາຍ

ສາເຫດຍິງຊາຍຊາວຈີນຢູ່ທາງແບ່ງຫຼັກຊາວ ຍ້ອນຄຽດແຄ້ນທີ່ເວົ້າທ້າທາຍ

Published on

ເຈົ້າໜ້າທີ່ຈັບກຸມຜູ້ລົງມືກໍ່ເຫດຍິງຊາຍຊາວຈີນ ຢູ່ທາງແບ່ງຫຼັກຊາວ ມາດຳເນີນການສອບສວນ ຜູ້ກ່ຽວສາລະພາບກໍ່ເຫດຍ້ອນຄຽດແຄ້ນທີ່ຜູ້ໄດ້ຮັບບາດເຈັບເວົ້າໃຫ້ວ່າເປັນຄົນບໍ່ດີ ແລະ ພ້ອມທ້າທາຍໃຫ້ໄປຫາຢູ່ທາງແບ່ງຫຼັກຊາວ ແຂວງບໍລິຄຳໄຊ.

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ຕອນເຊົ້າ ວັນທີ 10 ກັນຍາ 2023 ມີເຫດຍິງກັນຢູ່ທາງເລກທີ 13 ໃຕ້ ເຂດບ້ານວຽງຄໍາ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ເຈົ້າໜ້າທີ່ໄດ້ທໍາການກວດກາຊັນນະສູດສະຖານທີ່ເກີດເຫດ ພົບເຫັນຄົນໄດ້ຮັບບາດເຈັບ 1 ຄົນຊື່ທ້າວ ອາຫຼົງ ອາຊີບກໍາມະກອນ ເຊື້ອຊາດ ແລະ ສັນຊາດຈີນ, ພັກເຊົາຢູ່ບ້ານນາພົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ຖືກປືນຍິງເຂົ້າບໍລິເວນຫົວ 1 ລູກ, ຕົກມາຮອດເວລາປະມານ 11:00 ໂມງ ຂອງວັນດຽວກັນ ກໍສາມາດຈັບຕົວຜູ້ກໍ່ເຫດໄດ້ ຊື່ທ້າວ ຈາວເຈຍເຫວ (ອາວີ) ອາຍຸ 35 ປີ ອາຊີບກໍາມະກອນ ເຊື້ອຊາດ ແລະ ສັນຊາດຈີນ ປັດຈຸບັນແມ່ນພັກເຊົາຢູ່ ບ້ານນາຄ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມາດໍາເນີນການສືບສວນ-ສອບສວນ.

ທ້າວ ຈາວ ເຈຍ ເຫວ ສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນທ້າຍເດືອນສິງຫາ 2023 ຜູ້ກ່ຽວກັບໝູ່ອີກ 2 ຄົນ ໄດ້ໄປນັ່ງດື່ມເບຍຢູ່ຮ້ານອາຫານແຫ່ງໜຶ່ງໃກ້ກັບຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍນັ່ງດື່ມຢູ່ ຂ້າງໂຕະຂອງທ້າວ ອາຫຼົງ ເຊິ່ງ ທ້າວ ອາຫຼົງ ໄດ້ເວົ້າໃຫ້ຜູ້ກ່ຽວວ່າ ເປັນຄົນບໍ່ດີ ເສບຢາບ້າ ພ້ອມທັງເວົ້າທ້າທາຍວ່າ ຖ້າມຶງເກັ່ງລົງໄປຫາຢູ່ທາງແບ່ງ ຫຼັກຊາວ ເມືອງປາກກະດິງໂລດ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຜູ້ກ່ຽວມີຄວາມຄຽດແຄ້ນ.

ຮອດວັນທີ 9 ກັນຍາ 2023 ເວລາທ່ຽງຄືນ ທ້າວ ຈາວ ເຈຍ ເຫວ ໄດ້ເສບຢາບ້າ 2 ເມັດພ້ອມດື່ມເຫຼົ້າຂາວໝົດ ເຄິ່ງຕຸກນ້ອຍ ແລ້ວຄິດຮອດຄຳເວົ້າຂອງທ້າວ ອາຫຼົງ ທີ່ເວົ້າໃຫ້ໃນມື້ນັ້ນແລ້ວຄິດຄຽດແຄ້ນ ຈິ່ງເອົາປືນສັ້ນຢູ່ຫ້ອງນອນ ແລ້ວລັກເອົາລົດ ກະບະວີໂກ້ຂອງແມ່ຜູ້ກ່ຽວຂັບຂີ່ອອກໄປແຂວງບໍລິຄຳໄຊ, ຮອດບ້ານວຽງຄຳ ເມືອງປາກກະດິງ ໃນເວລາປະມານ 9 ໂມງວັນທີ 10 ກັນຍາ 2023 ໄດ້ຂີ່ລົດຊອກຫາທ້າວ ອາຫຼົງ ໄດ້ພົບເຫັນລົດຂອງທ້າວ ອາຫຼົງ ຈອດຢູ່ຕໍ່ໜ້າຮ້ານຂາຍເຄື່ອງ 4 ແຍກບ້ານວຽງຄໍາ ຈິ່ງໄດ້ຈັບເອົາປືນສັ້ນທີ່ກຽມມາ ຍ່າງໄປຫາທ້າວ ອາຫຼົງ ທີ່ກຳລັງກົ້ມເລືອກຊື້ເຄື່ອງຢູ່ໃນຮ້ານ ແລ້ວຍົກປືນຍິງໃສ່ຫົວ ທ້າວ ອາຫຼົງ ທັນທີ 1 ນັດ ໃນໄລຍະຫ່າງ 1 ແມັດ ເຫັນ ທ້າວ ອາຫຼົງ ລົ້ມລົງກັບທີ່ ຜູ້ກ່ຽວຈິ່ງຮີບເອົາຕົວຫຼົບໜີ ຂັບຂີ່ລົດຂຶ້ນມາວຽງຈັນ ແຕ່ຮອດຕໍ່ໜ້າຫ້ອງການ ປກສ ເມືອງປາກກະດິງ ກໍຖືກເຈົ້າໜ້າທີ່ຈັບຕົວໄດ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...