spot_img
Homeຂ່າວຕ່າງປະເທດສາເຫດຂອງເຮືອບິນເຈັດ China Eastern Airlines ຕົກທີ່ປະເທດຈີນ

ສາເຫດຂອງເຮືອບິນເຈັດ China Eastern Airlines ຕົກທີ່ປະເທດຈີນ

Published on

ຈາກການກວດສອບຂອງເຮືອບິນ China Eastern Airlines (600115.SS) ແມ່ນເກີດຈາກການກະທຳໂດຍຕັ້ງໃຈຂອງນັກບິນ ເຊິ່ງບໍ່ມີຫຼັກຖານວ່າມີຄວາມຜິດປົກກະຕິທາງເຕັກນິກຂອງເຮືອບິນ.

ໃນວັນອັງຄານທີ່ຜ່ານມາ ຂໍ້ມູນການບິນຈາກກ່ອງດຳຂອງ ໂບອິ້ງ 737-800 ໄດ້ລະບຸວ່າມີຄົນໃນຫ້ອງນັກບິນ ຕັ້ງໃຈເຮັດໃຫ້ເຮືອບິນຕົກ.

ເຮືອບິນ ໂບອິ້ງ 737-800 ໃນລະຫວ່າງທາງຈາກ ຄຸນໝິງ ໄປຫາ ກວາງໂຈ ໄດ້ຕົກໃນວັນທີ 21 ມີນາ ທີ່ເທິງພູເຂົາຂອງກວາງຊີ ຫຼັງຈາກມີການຊັດລົງຈາກບ່ອນສູງຢ່າງກະທັນຫັນ ເຮັດໃຫ້ຜູ້ໂດຍສານທັງໝົດໃນເຮືອບິນ 123 ຄົນ ແລະ ລູກເຮືອ 9 ຄົນ ເສຍຊີວິດ.

ຈາກການກວດສອບເຫັນວ່າ ນັກບິນບໍ່ຕອບສະໜອງຈາກການເອີ້ນຫຼາຍເທື່ອ ຂອງຜູ້ຄວບຄຸມການຈະລາຈອນທາງອາກາດ ແລະ ເຈົ້າໜ້າທີ່ໄດ້ລະບຸວ່າ ບໍ່ຮູ້ເປັນການກະທຳທີ່ຖືກບັງຄັບ ຫຼື ບໍ?

ແຫຼ່ງຂ່າວຈາກ The Wall street Journal

 

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...