spot_img
Homeຄລິບ-ວິດີໂອສາວ 17 ປີໂພສຂາຍພົມມະຈັນເພື່ອແລກກັບ iPhone 8 ສຸດທ້າຍເຈີແຜນສັ່ງສອນ

ສາວ 17 ປີໂພສຂາຍພົມມະຈັນເພື່ອແລກກັບ iPhone 8 ສຸດທ້າຍເຈີແຜນສັ່ງສອນ

Published on

ກາຍເປັນເລື່ອງດັງຂ້າມຄືນຂຶ້ນມາທັນທີ ເມື່ອບຣັອກເກີ້ສາວຄົນດັງແຫ່ງໂລກອອນໄລນ໌ຂອງຈີນ ໄດ້ໄປອ່ານໂພສຂອງໄວຮຸ້ນສາວຄົນໜຶ່ງ ອາຍຸ 17 ປີ ຊື່ວ່າ ສຽວເຊິນ ທີ່ປະກາດຂາຍພົມມະຈັນ ໃນລາຄາ 20,000 ຢວນ ຫຼື ປະມານ 25,000,000 ກີບ ເພື່ອນຳເງິນໄປຊື້ iPhone 8 ບຣັອກເກີ້ສາວຈິ່ງມີຄວາມຄິດຕ້ອງເຮັດຫຍັງຈັກຢ່າງໜຶ່ງຂຶ້ນມາເພື່ອເປັນການສັ່ງສອນໄວຮຸ້ນສາວຄົນນັ້ນ

ໂດຍບຣັອກເກີ້ສາວ ນານາ ໄດ້ວາງແັນຈັດສາກສ້າງສະຖານະການຈຳລອງຂຶ້ນມາ ແລະ ແອບຖ່າຍຄລິບໄວ້ ນານາໄດ້ຕິດຕໍ່ໄປທີ່ ສຽວເຊິນ ບອກວ່າຕົນເອງເປັນເລຂາຂອງນັກທຸລະກິດທີ່ຮັ່ງມີຄົນໜຶ່ງ ຕ້ອງການຊື້ບໍລິການ ຈິ່ງນັດຂໍເບິ່ງຕົວແລະ ສຳພາດກ່ອນ

ໃນບົດສົນທະນາ ເຫດຜົນທີ່ເຮັດໃຫ້ສຽວເຊິນຍອມຂາຍພົມມະຈັນ ນາງໄດ້ກ່າວວ່າ ໃນໂຮງຮຽນຂອງນາງໝູ່ເພື່ອນທຸກຄົນຕ່າງກໍ່ມີ iPhone 8 ແຕ່ນາງບໍ່ມີເງິນຊື້ ນາງເຫັນເພື່ອນຂອງນາງຄົນໜຶ່ງຂາຍພົມມະຈັນເພື່ອແລກກັບເງິນ 20,000 ຢວນ ນາງຈິ່ງຄິດຢາກຂາຍຄືກັນ

ຕັດສາກມາທີ່ໂຮງແຮມ ສຽວເຊິນໄດ້ພົບກັບນັກທຸລະກິດ (ລູກຄ້າ) ລູກຄ້າໄດ້ມອບ iPhone 8 ໃຫ້ນາງ ຫຼັງຈາກນັ້ນວກໍ່ເອີ້ນຊາຍອີກ 3 ຄົນອອກມາ ຄົນໜຶ່ງຖືກກ້ອງອອກມາພ້ອມ ທ່າມກາງຄວາມຕື່ນຕົກໃຈ ນາງພະຍາຍາມຈະແລ່ນອອກຈາກຫ້ອງແຕ່ນາງກໍ່ຖືກຍູ້ລົງໄປທີ່ຕຽງ ສຽວຊິນໄດ້ກີ໊ດຮ້ອງດ້ວຍຄວາມຢ້ານກົວ ສຸດທ້າຍ ບຣັອກເກີ້ສາວນານາ ກໍ່ໄດ້ປະກົດຕົວພ້ອມສັ່ງສອນ ກ່ອນຈະແຍກກັນກັບ ຄລິບນີ້ໄດ້ຖືກກ່າວເຖິງ ແລະ ເປັນທີ່ວິພາກວິຈານຈຳນວນຫຼາຍ ບາງກຸ່ມຄົນກໍ່ຊົມເຊີຍກັບການກະທຳຂອງບຣັອກເກີ້ສາວ ບາງຄົນກໍ່ບໍ່ເຫັນດີນຳ ເພາະອາດເປັນການລະເມີດສິດທິສ່ວນບຸກຄົນ.

ນີ້ເປັນການຕີແຜ່ອີກດ້ານຂອງສັງຄົມໃນປັດຈຸບັນ ວັດຖຸນິຍົມເປັນອີກໜຶ່ງໄພຄຸກຄາມທີ່ທຳລາຍໄວໜຸ່ມ ເລື່ອງນີ້ບໍ່ແມ່ນເກີດພຽງໃນປະເທດຈີນ ແຕ່ເຊື່ອວ່າບ້ານເຮົາ ແລະ ທຸກປະເທດທົ່ວໂລກຍ່ອມມີເຫດການດັ່ງກ່າວ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...