spot_img
Homeຂ່າວຕ່າງປະເທດສາວອິນເດຍໜີໄປກັບຊູ້ 25 ຄັ້ງ ພໍກັບມາຜົວກໍໃຫ້ອະໄພ ແລະ ຮັບໄດ້

ສາວອິນເດຍໜີໄປກັບຊູ້ 25 ຄັ້ງ ພໍກັບມາຜົວກໍໃຫ້ອະໄພ ແລະ ຮັບໄດ້

Published on

ເວັບໄຊ້ Khaosod ໄດ້ລາຍງານວ່າ ໄດ້ມີຍິງສາວບໍ່ປະສົງອອກຊື່ ອາຍຸ 40 ປີ ອາໄສຢູ່ໃນລັດອັສສໍາ ທາງພາກຕາເວັນອອກສ່ຽງເໜືອຂອງປະເທດອິນເດຍ ແມ່ຍິງຄົນດັ່ງກ່າວໄດ້ໜີໄປກັບຊູ້ເຖິງ 25 ຄັ້ງ ໂດຍເລື່ອງດັ່ງກ່າວນີ້ໄດ້ຖືກເປີດເຜີຍໂດຍພໍ່ຂອງຜົວຂອງແມ່ຍິງຄົນດັ່ງກ່າວ ແລະ ຜົວຂອງລາວມີອາຊີບເປັນພະນັກງານຂັບລົດ ເຊິ່ງມີລູກຮ່ວມກັນ 3 ຄົນ ແລະ ແມ່ຍິງຄົນດັ່ງກ່າວມັກຈະໜີອອກຈາກເຮືອນໄປປະມານ 2-3 ມື້ຈຶ່ງກັບມາເຮືອນເທື່ອໜຶ່ງ.

ລ່າສຸດໃນວັນທີ 4 ກັນຍາ 2021 ທີ່ຜ່ານມາແມ່ຍິງຄົນດັ່ງກ່າວກໍໄດ້ລັກໜີໄປກັບຊູ້ອີກຄັ້ງ ໂດຍຝາກລູກຊາຍໄວ້ກັບຄົນຂ້າງເຮືອນ ແລະ ໃນຄັ້ງນີ້ແມ່ຍິງຄົນນີ້ຍັງໄດ້ລັກເອົາເງິນປະມານ 3,500,000 ກີບໄປນໍາ.

ຈົນມາຮອດຕອນນີ້ຜົວຂອງແມ່ຍິງຄົນນີ້ຍັງບໍ່ສາມາດບອກໄດ້ວ່າລາວໜີໄປກັບຊູ້ຄົນໃດ ໂດຍຜູ້ເປັນຜົວໄດ້ບອກພຽງວ່າ: “ຂ້ອຍຄິດວ່າຂ້ອຍຕ້ອງຍອມຮັບໃຫ້ໄດ້ ເພາະວ່າຂ້ອຍຮັກແມ່ຍິງຄົນນີ້ ພວກເຮົາມີລູກນໍາກັນ 3 ຄົນ ແມ່ນໃຜຈະເປັນຄົນລ້ຽງພວກເຂົາຖ້າບໍ່ແມ່ນຂ້ອຍ ຂ້ອຍເອງຈຶ່ງເລືອກທີ່ຈະບໍ່ຟ້ອງຢ່າຮ້າງເພື່ອຫຼີກລ້ຽງບັນຫາທາງກົດໝາຍ” 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...