spot_img
Homeຂ່າວຕ່າງປະເທດສາວຈີນອາຍຸ 19 ປະກາດຮັບສະໝັກຄົນນອນນຳ ແລກກັບການທ່ອງທ່ຽວ!

ສາວຈີນອາຍຸ 19 ປະກາດຮັບສະໝັກຄົນນອນນຳ ແລກກັບການທ່ອງທ່ຽວ!

Published on

taiwangirl4

ສາວຈີນໃຈເດັດ ປະກາດຫາໜຸ່ມໃຈປ້ຳ ຊ່ວຍອອກຄ່າທ່ອງທ່ຽວ ແລກກັບການເປັນແຟນຊົ່ວຄາວ ແລະ ຂຶ້ນຕຽງນຳ.

 

ວັນທີ 28 ຕຸລາຜ່ານມານີ້ ສຳນັກຂ່າວຕ່າງປະເທດ ໄດ້ລາຍງານຂ່າວທີ່ຮືຮາໃນໂລກອອນລາຍຂອງຈີນ ເມື່ອສາວງາມຊື່

ນາງ ຈື່ຜິງ ອາຍຸ 19 ປີ ຈາກນະຄອນຊຽງໄຮ້ຂອງຈີນ ໄດ້ລົງປະກາດໃນເວັບໄຊ ເວີ່ຍ ປໍ໋ ເພື່ອຮັບສະໝັກແຟນຊົ່ວຄາວ

ໂດຍຕ້ອງມີເງື່ອນໄຂເປັນຄົນໜ້າຕາດີ ອາຍຸບໍ່ເກີນ 30 ປີ, ສູງ 175 ຊັງຕີແມັດຂຶ້ນໄປ, ເປັນຄົນໃຈກວ້າງ ແລະ ທີ່ສຳຄັນ

ນັ້ນຕ້ອງເປັນຄົນລວຍ.

 

ແຫລ່ງຂ່າວໄດ້ລະບຸລ່າ ແຟນຊົ່ວຄາວຂອງສາວຄົນນີ້ ຈະເຮັດໜ້າທີ່ເປັນຜູ້ອອກຄ່າໃຊ້ຈ່າຍທຸກຢ່າງ ໃນການເດີນທາງ

ທ່ອງທ່ຽວໃນເມືອງທີ່ເຂົາອາໄສຢູ່ ແລກກັບການໄດ້ຄວງແຂນສາວງາມ ແລະ ໃຊ້ເວລາໃນຍາມກາງຄືນກັບນາງ.

 

ແນວໃດກໍຕາມ ການກະທຳຂອງນາງໄດ້ກາຍເປັນທີ່ວິພາກວິຈານຢ່າງຮຸນແຮງ ຈາກສະມາຊິກເວັບໄຊ ເວີ່ຍ ປໍ໋ ຄົນອື່ນໆ

ເຊິ່ງບາງຄົນໄດ້ກ່າວວ່າ ວິທີການດັ່ງກ່າວນີ້ ບໍ່ແຕກຕ່າງຫຍັງກັບການຂາຍບໍລິການທາງເພດ ແລະ ຮຽກຮ້ອງໃຫ້ທາງຜູ້

ຈັດການເວັບໄຊດັ່ງກ່າວ ລຶບລຳປະກາດຂອງນາງອອກ, ແຕ່ດ້ານ ນາງ ຈື່ຜິງ ກໍບໍ່ໄດ້ສົນໃຈຕໍ່ຄຳວິພາກວິຈານແຕ່ຢ່າງໃດ

ພ້ອມກັນນັ້ນ ນາງຍັງບອກອີກວ່າ ການເດີນທາງແບບນີ້ກໍຄ້າຍໆຄືກັນກັບການໂບກລົດຂໍຮ່ວມເດີນທາງໄປນຳເທົ່ານັ້ນ

ເອງ ໂດຍບໍ່ເຫັນມີຫຍັງຈະຕ້ອງອັບອາຍ, ທີ່ສຳຄັນນາງຍັງໄດ້ບອກອີກວ່າ ນາງໄດ້ໃຊ້ວິທີການດັ່ງກ່າວນີ້ ເພື່ອເດີນທາງ

ທ່ອງທ່ຽວທົ່ວຟາກຕາເວັນອອກຂອງຈີນມາແລ້ວ ແລະ ນາງຍັງມີຄວາມຕັ້ງໃຈທີ່ຈະທ່ອງທ່ຽວໄປທົ່ວປະເທດຈີນ ດ້ວຍວິ

ທີການແບບດຽວກັນນີ້ອີກຕໍ່ໄປ.

 

taiwangirl5

taiwangirl6

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...