spot_img
Homeຂ່າວຕ່າງປະເທດສາວຈີນປະກາດຂາຍຄວາມບໍລິສຸດຢູ່ໃນລົດໄຟຟ້າຫວັງເອົາເງິນຮັກສາອ້າຍ

ສາວຈີນປະກາດຂາຍຄວາມບໍລິສຸດຢູ່ໃນລົດໄຟຟ້າຫວັງເອົາເງິນຮັກສາອ້າຍ

Published on

ສາວຊາວຈີນໄວ 19 ປີ ຢືນຈັບປ້າຍຂະໜາດໃຫຍ່ຢູ່ໃນລົດໄຟຟ້າໃຕ້ດິນຫາງໂຈວ ສະເໜີຂາຍຄວາມບໍລິສຸດຂອງລາວ ໃນລາຄາ 200.000 ຢວນ ແລະຍັງບອກອີກວ່າລາວມີໃບຮັບຮອງຈາກໂຮງໝໍເຖິງຄວາມບໍລິສຸດຂອງລາວ.

ສາວຄົນດັ່ງກ່າວເປັນຊາວມົນທົນຢູນນານ ລາວຕ້ອງການຫາເງິນເພື່ອໃຊ້ສໍາລັບການປິ່ນປົວອ້າຍອາຍຸ 23 ປີທີ່ເປັນພະຍາດມະເຮັງເມັດເລືອດຂາວ ຊຶ່ງໃນຕອນນີ້ກໍາລັງປິ່ນປົວຢູ່ໂຮງໝໍທ້ອງຖິ່ນ.

ການກະທໍາຂອງລາວດຶງດູດຄວາມສົນໃຈຂອງຜູ້ໂດຍສານພາຍໃນລົດໄຟຟ້າໃຕ້ດິນຢ່າງຫຼວງຫຼາຍ ທັ້ງນີ້ ເລື່ອງລາວທັງໝົດຈົບລົງດ້ວຍການທີ່ເຈົ້າໜ້າທີ່ຕໍາຫຼວດເຊີນຕົວໄປເວົ້າ ເພື່ອທໍາຄວາມເຂົ້າໃຈຢູ່ທີ່ຫ້ອງການຕໍາຫຼວດ ເນື່ອງຈາກການກະທໍານີ້ຖືເປັນຄວາມຜິດ ແລະຄວນຄິດຊອກຫາວິທີຊ່ວຍເຫຼືອອື່ນໆ.

ຂະນະທີ່ອ້າຍຂອງລາວກ່າວວ່າ ເຂົາຮູ້ສຶກບໍ່ດີທີ່ຕົນເອງຕ້ອງກາຍມາເປັນພາລະໃຫ້ກັບຄອບຄົວ ເຂົາຕ້ອງການທີ່ຈະອອກຈາກໂຮງໝໍ ແລະກັບໄປຢູ່ເຮືອນ ເພື່ອໃຫ້ນ້ອງສາວຂອງເຂົາໄດ້ກັບໄປຮຽນໜັງສືຄືທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...