spot_img
Homeຂ່າວພາຍ​ໃນສາວຈີນຕົ້ມເງິນພໍ່ແມ່ ຮຽກຄ່າໄຖ່ຕົນເອງ ໃຊ້ໜີ້ພະນັນບານໂລກ!

ສາວຈີນຕົ້ມເງິນພໍ່ແມ່ ຮຽກຄ່າໄຖ່ຕົນເອງ ໃຊ້ໜີ້ພະນັນບານໂລກ!

Published on

557000007800801
(ພາບປະກອບ)

 

ແຫຼ່ງຂ່າວຊັ່ງໄຫ່ໄດລີຂອງຈີນ ລາຍງານເມື່ອວັນທີ 22 ມິຖຸນາຜ່ານມາວ່າ ເກິດເລື່ອງຊວນຫົວມາກັບກະແສຂອງ

ບານໂລກ ເມື່ອຍິງຊາວຈີນ ສະກຸນຫູ ທີ່ອາໄສຢູ່ໃນ ອູ໋ຊີ ແຂວງຈຽງຊູ ໄດ້ຮັບຂໍ້ຄວາມຂົ່ມຂູ່ ຈາກຜູ້ທີ່ອ້າງຕົນວ່າເປັນ

ຄົນຮ້າຍ ໄດ້ຈັບເອົາລູກສາວຂອງເຂົາຊື່ ສ່ຽວໄຊ່ ເຊິ່ງເປັນນັກສຶກສາອາຍຸ 21 ປີ ໂດຍໄດ້ຮຽກເອົາຄ່າໄຖ່ 20,000 ຢວນ

ຫຼື ປະມານ 25 ລ້ານກີບ.

 

ຫຼັງຈາກເຈົ້າໜ້າທີ່ສືບຫາຕົ້ນຕໍ ຈົນຮູ້ວ່າຂໍ້ຄວາມດັ່ງກ່າວ ສົ່ງມາຈາກຊຽງໄຮ້ ເຮັດໃຫ້ຫົວອົກຂອງຜູ້ເປັນພໍ່ແມ່ ກະວົນ

ກະວາຍ ຮີບເດີນທາງເຂົ້າຊຽງໄຮ້ຫວັງຊ່ວຍລູກສາວຂອງຕົນ, ຈົນກ່ວາຮອດມື້ຖັດມາ ພວກເຂົາກໍໄດ້ຮັບຂໍ້ຄວາມອີກ

ເທືອໜຶ່ງ ເຊິ່ງລະບຸສັ່ງໃຫ້ເອົາເງິນຄ່າໄຖ່ໄປວາງໄວ້ ທີ່ປະຕູໂຮງຮຽນປະຖົມ ຖະໜົນຄຸນຢາງ ໃນເຂດໝິນຫັງ.  ລະຫວ່າງ

ນັ້ນ, ຕຳຫຼວດກໍພະຍາຍາມສືບສວນ ແກະຮອຍຂອງຜູ້ສົ່ງຂໍ້ຄວາມ ຈົນສາມາດສືບຮູ້ວ່າ ນາງ ສ່ຽວໄຊ່ ອອກຈາກເມືອງ

ອູ໋ຊີ ເພື່ອໄປຢາມໝູ່ຢູ່ທີ່ຊຽງໄຮ້ ເມື່ອສອງມື້ຫຼັງ ກ່ອນທີ່ພໍ່ແມ່ຂອງນາງຈະໄດ້ຮັບຂໍ້ຄວາມລຶກລັບດັ່ງກ່າວ.

 

ຕຳຫຼວດຈິ່ງຕິດຕາມໄປຍັງເຂດທີ່ຢູ່ອາໄສ ແຖວຖະໜົນ ຈຽງສວນ ໃນຊຽງໄຮ້ ຕາມຂໍ້ມູນທີ່ໄດ້ຮັບ ແລະ ພົບວ່າ ນາງ

ສ່ຽວໄຊ່ ກຳລັງນັ່ງເບິ່ງບານໂລກຢູ່ຄົນດຽວ ໂດຍບໍ່ໄດ້ຮັບອັນຕະລາຍໃດໆທັງສິ້ນ, ຫຼັງຈາກສືບສວນ ຕຳຫຼວດກໍໄດ້ຮູ້

ຄວາມຈິງວ່າ ເດັກສາວຄົນດັ່ງກ່າວຫຼິ້ນພະນັນບານໂລກອອນລາຍ ແລະ ເສຍເງິນໄປແລ້ວ 1,000 ຢວນ ຫຼື ປະມານ

1,200,000 ກີບ ເຊິ່ງພໍ່ແມ່ຂອງນາງບໍ່ຍອມເອົາເງິນໃຫ້ເພື່ອໃຊ້ໜີ້ ຈຶ່ງເຮັດໃຫ້ນາງວາງແຜນໜີມາ ຊຽງໄຮ້ ເພື່ອ

ຮຽກເອົາຄ່າໄຖ່ຕົນເອງ, ສຸດທ້າຍ ເຈົ້າໜ້າທີ່ຈິ່ງໄດ້ແຕ່ກ່າວຕັກເຕືອນພຶດຕິກຳຂອງນາງ ທີ່ກະທຳເຫດອັນບໍ່ສົມຄວນ

ດັ່ງກ່າວ.

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...