spot_img
Homeຂ່າວຕ່າງປະເທດສາມໜຸ່ມໄນຈີເຣຍສ່ຽງນັ່ງຫາງເສືອເຮືອ 11 ມື້

ສາມໜຸ່ມໄນຈີເຣຍສ່ຽງນັ່ງຫາງເສືອເຮືອ 11 ມື້

Published on

ເຈົ້າໜ້າທີ່ກູ້ໄພທາງທະເລຂອງສະເປນ ຊ່ວຍເຫຼືອຜູ້ອົບພະຍົບຊາວໄນຈີເຣຍ 3 ຄົນທີ່ລັກມາລີ້ຢູ່ຫາງເສືອເຮືອບັນທຸກນ້ຳມັນເປັນເວລາ 11 ມື້ ກ່ອນທີ່ຈະເຂົ້າມາຈອດເຮືອຢູ່ທ່າເຮືອລາສ ປາລມາສ ເທິງເກາະຄານາລີ.

ວັນທີ 29 ພະຈິກ 2022 ເຈົ້າໜ້າທີ່ກູ້ໄພທາງທະເລຂອງປະເທດສະເປນ ຊ່ວຍເຫຼືອຜູ້ອົບພະຍົບຊາວໄນຈີເຣຍ 3 ຄົນ ທີ່ລີ້ຢູ່ເທິງຫາງເສືອເຮືອບັນທຸກນ້ຳມັນ “Althini II” ເຊິ່ງເຂົ້າຈອດທີ່ທ່າເຮືອລາສ ປາລມາສ ເທິງເກາະຄານາລີ ໂດຍເຮືອບັນທຸກນ້ຳມັນເປັນເຮືອສັນຊາດມອລຕາ ອອກຈາກທ່າເຮືອລາກອສ ຂອງໄນຈີເລຍ ໃນວັນທີ 17 ພະຈິກ ແລະ ໃຊ້ເວລາເດີນທາງ 11 ມື້ ເພື່ອມາຮອດ ລາສ ປາລມາສ ໃນວັນທີ 28 ພະຈິກ.

ພາຍຫຼັງຊ່ວຍເຫຼືອ ສະພາບຜູ້ອົບພະຍົບໄນຈີເຣຍ 3 ຄົນ ມີສະພາບອ່ອນເພຍ ເນື່ອງຈາກຂາດນ້ຳ ແລະ ຮ່າງກາຍມີອຸນຫະພູມຕ່ຳ ຫຼ້າສຸດພວກເຂົາໄດ້ຖືກສົ່ງໄປໂຮງໝໍແລ້ວ.

ພວກເຂົາຕ້ອງສ່ຽງອັນຕະລາຍຫຼາຍ ເພາະຕ້ອງປະເຊີນກັບຄື້ນທະເລທີ່ມາກະທົບ ສະພາບອາກາດທີ່ແປປ່ວນ ແລະ ຄວາມສູງຂອງລະດັບນ້ຳທະເລ ຢ່າງໃດກໍຕາມ ສະເປນກໍພົບຜູ້ອົບພະຍົບທີ່ລີ້ມານຳຫາງເສືອເຮືອ 6 ເທື່ອ ໃນຊ່ວງ 2 ປີທີ່ຜ່ານມາ.

ໃນປີນີ້ ສະເປນພົບຜູ້ອົບພະຍົບທີ່ລັກລອບເຂົ້າມາທາງເຮືອສູ່ເກາະຕ່າງໆຂອງສະເປນແລ້ວ ປະມານ 11,600 ຄົນ.

ແຫຼ່ງຂ່າວ Washington Post

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...