spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສາມສ່ຽວໄວຄະນອງ ງັດເຂົ້າເຮືອນ ລັກເງິນ 50 ລ້ານກີບ

ສາມສ່ຽວໄວຄະນອງ ງັດເຂົ້າເຮືອນ ລັກເງິນ 50 ລ້ານກີບ

Published on

ສາມສ່ຽວໄວຄະນອງ ກໍ່ເຫດລັກງັດເຂົ້າເຮືອນເຈົ້າຂອງໂຮງງານຊອຍໄມ້ ຢູ່ເຂດບ້ານ ວຽງໃໝ່ ເມືອງ ວຽງພູຄາ ແຂວງ ຫຼວງນໍ້າທາ ແລ້ວລັກເອົາເງິນ 50 ລ້ານໜີໄປ, ແຕ່ໜີບໍ່ລອດ ຖືກເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ ຕາມຈັບຕົວໄດ້ໃນວັນດຽວກັນ ພ້ອມເກັບກູ້ເງິນທີ່ຄົນຮ້າຍລັກໄປໄດ້ຈໍານວນໜຶ່ງ.

ພັຕ ທອງຫອມ ທັນອໍລະພິມ ຫົວໜ້າພະເເນກຕຳຫຼວດກອງບັນຊາການ ປກສ ເມືອງ ວຽງພູຄາ ແຂວງ ຫຼວງນໍ້າທາ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບລາຍງານຈາກ ທ້າວ ມິງທິງຈົງ ນັກທຸລະກິດຈີນ ທີ່ມາຕັ້ງໂຮງງານຊອຍໄມ້ຢູ່ເຂດບ້ານວຽງໃໝ່ ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ ໃນວັນທີ 24 ມັງກອນ 2018 ວ່າ: ມີຄົນຮ້າຍລັກງັດເຂົ້າເຮືອນ ແລ້ວເຂົ້າໄປລັກເອົາເງິນໜີໄປຈຳນວນ 50 ລ້ານກີບ. ຈາກນັ້ນ, ຈຶ່ງຈັດກໍາລັງວິຊາສະເພາະຕິດຕາມເປົ້າໝາຍ ສາມາດຈັບຕົວຜູ້ກໍ່ເຫດໄດ້ 3 ຄົນ ໃນວັນດຽວກັນ, ຊື່ທ້າວ ນັດ ອາຍຸ 13 ປີ, ທ້າວ ເກດ ອາຍຸ 14 ປີ ແລະ ທ້າວ ເຕາະ ອາຍຸ 13 ປີ ທັງ 3 ຄົນຢູ່ບ້ານ ໃໝ່ ເມືອງ ວຽງພູຄາ ພ້ອມຢາບ້າ 76 ເມັດ.

ຜ່ານການສືບສວນ-ສອບສວນ, ພວກກ່ຽວຮັບສາລະພາບວ່າ: ໃນວັນທີ 24 ມັງກອນ 2018, ໄດ້ຊັກຊວນກັນລັກຈອບເບິ່ງເຮືອນຂອງ ທ້າວ ມິງທິງຈົງ ເຈົ້າຂອງໂຮງຊອຍໄມ້ ເພື່ອເຂົ້າໄປລັກຄົ້ນຫາຊັບ, ພໍໄປຮອດບໍ່ມີໃຜຢູ່ເຮືອນ, ມີແຕ່ກຳມະກອນຈຳນວນໜຶ່ງຢູ່ໂຮງຊອຍໄມ້. ຈາກນັ້ນ, ຈຶ່ງໄດ້ພາກັນປີນເຂົ້າທາງປ່ອງຢ້ຽມເຂົ້າໄປໃນເຮືອນ ເຫັນຕູ້ເຊບມີກະແຈຄາໄວ້ ແລ້ວຈຶ່ງພາກັນໄຂຕູ້ເຊບພົບເຫັນເງິນຢູ່ໃນຕູ້ເຊບດັ່ງກ່າວ 2 ມັດ ຈຶ່ງຈັບເອົາ 1 ມັດ ແລ້ວພາກັນໜີອອກປ່ອງຢ້ຽມບ່ອນເກົ່າ ແລ້ວພາກັນນັບເງິນທີ່ລັກມາໄດ້ມີ 50 ລ້ານກີບ. ຈາກນັ້ນ, ກໍໄດ້ແບ່ງປັນກັນ ແລ້ວພາກັນໄປຮ້ານຊື້ເຫຼົ້າ, ເບຍ ແລະ ຊື້ຢາບ້າມາເສບໄປຫຼິ້ນການພະນັນ ຈົນຖືກເຈົ້າໜ້າທີ່ຈັບໄດ້ໃນເວລາຕໍ່ມາ.

ປັດຈຸບັນ, ເຈົ້າໜ້າທີ່ຫ້ອງການ ປກສ ເມືອງວຽງພູຄາ ໄດ້ເກັບກູ້ເງິນທີ່ພວກກ່ຽວທັງ 3 ຄົນລັກໄປນັ້ນ ຄືນມາໄດ້ແລ້ວ 38 ລ້ານກີບ, ສ່ວນຜູ້ຖືກຫາທັງ 3 ແມ່ນຈະໄດ້ສຶກສາອົບຮົມກ່າວເຕືອນ ແລະ ເອົາພໍ່-ແມ່ຜູ້ປົກຄອງເຂົ້າມາເຮັດບົດບັນທຶກ ແລະ ໃຊ້ແທນເງິນຈຳນວນທີ່ພວກກ່ຽວທັງ 3 ໃຊ້ຈ່າຍໄປແລ້ວນັ້ນຄືນໃຫ້ເຈົ້າຂອງໂຮງຊອຍໄມ້.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...