spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ​ນະຄອນ​ຫລວງ ຕັດສິນຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ ຈຳ​ຄຸກ 9 ປີ

ສານ​ນະຄອນ​ຫລວງ ຕັດສິນຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ ຈຳ​ຄຸກ 9 ປີ

Published on

    ​ໃນ​ວັນ​ທີ 27 ພຶດສະພາ​ຜ່ານ​ມານີ້, ສານ​ປະຊາຊົນ​ນະຄອນ ຫລວງ​ວຽງ​ຈັນ ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ ພອນ​ທະວີ ອາຍຸ 26 ປີ ​ແລະ ທ້າວ ທອງ​ສົນ ອາຍຸ 25 ປີ ທັງ​ສອງ​ຢູ່ບ້ານ​ທ່າ​ນາ​ແລ້ງ ເມືອງ​ຫາດ​ຊາຍ​ຟອງ ນະຄອນ ຫລວງ​ວຽງ​ຈັນ ​ໃຫ້​ຈຳ​ຄຸກ​ເປັນ​ເວລາ 9 ປີ ​ແລະ 5 ປີ, ພາຍຫລັງ​ທັງ​ສອງ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ໄດ້​ໃນ​​ເດືອນ​ມັງກອນ 2013 ຜ່ານ​ມາ ​ໃນ​ຂໍ້​ຫາ​ຄ້າຂາຍ​ຢາ​ເສບ​ຕິດພ້ອມ​ຂອງ​ກາງ​ຢາ​ບ້າ​ເກືອບ​ພັນ​ເມັດ ແລະ ຢາ​ໄອ​ຈຳນວນ​ໜຶ່ງ, ເຈົ້າ ໜ້າ​ທີ່​ໃຫ້​ຮູ້​ວ່າ: ພວກ​ກ່ຽວ​ແມ່ນ​ຂະ​ບວນການ​ເຄື່ອນ​ໄຫວ​ຄ້າຂາຍ​ຢາ​ເສບ​ຕິດ​ໃຫ້​​ໄວ​ລຸ້ນ​ໃນ​ເຂດ​ເມືອງ​ຫາດ​ຊາຍ​ຟອງ​ມາ​ເປັນ​ເວລາ​ດົນ​ແລ້ວ ກ່ອນ​ຖືກ​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ກົດໝາຍ ແລະ ສານ​ໄດ້​ປັບ​ໄໝ​ຜູ້​ຕ້ອງ​ໂທດ​ທ້າວ ພອນ​ທະວີ ​ເປັນ​ເງິນ 82 ລ້ານ​ກີບ ​ແລະ ທ້າວ ທອງ​ສົນ 10 ລ້ານ​ກີບ.

ທີ່ມາ http://laophatthananews.blogspot.com/2014/05/9.html

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...