spot_img
Homeຂ່າວຕ່າງປະເທດສານ​ຕັດສິນ ພັນລະຍາອະດີນາຍົກ ມາເລເຊຍ ຈຳຄຸກ 10 ປີ

ສານ​ຕັດສິນ ພັນລະຍາອະດີນາຍົກ ມາເລເຊຍ ຈຳຄຸກ 10 ປີ

Published on

ວັນ​ທີ 1 ກັນຍາ 2022, ສານ​ສູງ​ສຸດ​ກົວ​ລາ​ລຳ​ເປີ​ໄດ້​ຕັດສິນ​ລົງ​ໂທດ​ ນາງ ຮອສມາ ມານຊໍ (Rosmah Mansor), ພັນ​ລະ​ຍາ​ຂອງ​ ທ່ານ ນາຈິບ ລາຊັກ (Najib Razak) ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ ໃຫ້ຈຳຄຸກ 10 ປີ ​ແລະ ປັບ​ໃໝ 187.5 ລ້ານ​ລິງ​ກິດ​ຂອງ​ມາ​ເລ​ເຊຍ ຫຼືປະມານ (41.9 ລ້ານ​ໂດ​ລາ​ສະຫະລັດ) ​ໃນ​ຂໍ້​ຫາ​ສໍ້​ລາດ​ບັງ​ຫຼວງ. ໄດ້ຮັບສິນບົນຈາກຜູ້ຮັບເໝົາຊື່ວ່າ:  ໄອດີ ອາບັງ ສຳສຸດີ (Zaidi Abang Samsudee) ໃນປີ 2016 ແລະ 2017 ເພື່ອໃຫ້ບໍລິສັດ Jepak Holdings ຮັບປະກັນການສໍາປະທານໂຄງການຂອງລັດຖະບານເພື່ອຈັດຊື້ໂຊລາເຊວແສງຕາເວັນ. ມອບໃຫ້ໂຮງຮຽນຊົນນະບົດ 369 ແຫ່ງໃນແຂວງສາລະວັກ.

ທ່ານ​ນາງ Rosmah ຍັງ​ໄດ້​ຖືກ​ກ່າວ​ຫາ​ວ່າ​ໄດ້​ຮັບ​ສິນ​ບົນ 6,5 ລ້ານ​ຣິງກິດ ຈາກ​ທ່ານ Zaidi ເຊິ່ງສະຖານທີ່ໃນການຮັບເງິນມີທັງຢູ່ບ້ານພັກປະຈຳຕຳແໜ່ງນາຍົກລັດຖະມົນຕີ. ແລະ ທີ່ຢູ່ອາໄສສ່ວນຕົວຂອງນາງໃນ ກົວ​ລາ​ລຳ​ເປີ​ ໃນລະຫວ່າງ  ເດືອນທັນວາ 2016 – ກັນຍາ 2017

ຢ່າງ​ໃດ​ກໍ​ຕາມ, ທ່ານ​ນາງ Rosmah ​ໄດ້​ປະຕິ​ເສດ​​ວ່າ ນາງ​ບໍ່​ເຄີຍ​ຮັບ​ສິນ​ບົນ ແລະ ຮູ້ສຶກຜິດຫວັງກັບຄໍາຕັດສິນຂອງສານ “ຂ້ອຍບອກທະນາຍຄວາມຂອງຂ້ອຍສະເຫມີໃຫ້ເວົ້າຄວາມຈິງແລະບໍ່ຕົວະ” ນາງ Rosmah ຂໍຄວາມເຫັນອົກເຫັນໃຈທີ່ເປັນແມ່ຍິງທີ່ຮັບຜິດຊອບຫົວຫນ້າຄອບຄົວ. ຍ້ອນ​ ທ່ານ ​ນາ​ຈິບ ຜົວຂອງນາງໄດ້ຖືກຕັດສິນໂທດຈໍາຄຸກ 12 ປີສໍາລັບການສໍ້ລາດບັງຫຼວງໃນກອງທຶນ 1 MBD ໃນອາທິດທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...