spot_img
Homeຂ່າວທ້ອງຖິ່ນສານເຄມີຮົ່ວໄຫຼຄືສາເຫດທີ່ເຮັດໃຫ້ນໍ້າຂຸ່ນ ແລະ ປາທີ່ນໍ້າລີກ

ສານເຄມີຮົ່ວໄຫຼຄືສາເຫດທີ່ເຮັດໃຫ້ນໍ້າຂຸ່ນ ແລະ ປາທີ່ນໍ້າລີກ

Published on

ໜັງສືພິມວຽງຈັນທາມລາຍງານໃນວັນທີ 18 ກຸມພາ 2020 ວ່າ ສາເຫດປາຕາຍຢູ່ນໍ້າລີກ ເມືອງ ກາສີ, ແຂວງ ວຽງຈັນ ໃນມື້ວານນີ້ ວັນທີ 17 ເດືອນກຸມພາ ແມ່ນຍ້ອນການຮົ່ວໄຫຼຂອງສານເຄມີທີ່ເຮັດໃຫ້ແຂງໂຕໄວຂອງຄອນກີດ ຈາກບໍລິສັດກໍ່ສ້າງໜຶ່ງໃນເມືອງ ກາສີ.

ທ່ານ ສີທົນ ແສງພະຈັນ ເຈົ້າເມືອງກາສີໄດ້ກ່າວຕໍ່ທີມງານວຽງຈັນທາມ ມື້ເຊົ້ານີ້ວ່າ: ມາຮອດປະຈຸບັນສະພາບນໍ້າແມ່ນຢູ່ໃນເກນປົກກະຕິແລ້ວ ແລະ ບໍ່ພົບເຫັນປາຕາຍແລ້ວ ແຕ່ຍັງຕ້ອງຫ້າມ ບໍ່ໃຫ້ດຶ່ມ-ອາບ ແລະ ບໍລິໂພກປາຈາກແມ່ນໍ້າລີກເພາະຍັງລໍຖ້າຜົນກວດຄຸນນະພາບນໍ້າ ຈາກວິຊາການຫ້ອງການສິ່ງແວດລ້ອມ.

ທ່ານ ສີທົນ ໄດ້ກ່າວຕື່ມອີກວ່າ: ສະພາບປາຕາຍແມ່ນຫ່າງຈາກຈຸດທີ່ມີການກໍ່ສ້າງປະມານ 1 ກິໂລແມັດ. ປາຕາຍບໍ່ຫຼາຍ ມີແຕ່ປານ້ອຍເປັນສ່ວນຫລາຍ ປະມານ 5 ກິໂລ. ພາຍຫຼັງພົບເຫັນນໍ້າຂຸ່ນຜິດປົກກະຕິ ແລະ ມີປາຕາຍ ອຳນາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງກໍ່ໄດ້ລົງຕິດຕາມ ແລະ ກວດສອບຈຶ່ງພົບເຫັນສາເຫດດັ່ງກ່າວເກີດຈາກການຮົ່ວໄຫຼຈາກສານເຄມີທີ່ເຮັດໃຫ້ແຂງໂຕໄວຂອງຄອນກີດຈາກບໍລິສັດກໍ່ສ້າງ ແລະ ທາງວິຊາການຂອງບໍລິສັດກໍ່ຢືນຢັນແລ້ວວ່າແມ່ນແທ້ ຍ້ອນມີການຜິດພາດທາງເຕັກນິກໃນການກໍ່ສ້າງ.

ອ່ານຂ່າວທີ່ກ່ຽວຂ້ອງກັບຂ່າວນີ້ຍ້ອນຫຼັງໄດ້ທີ່ລິ້ງ:​ ປະຊາຊົນທີ່ອາໃສໃກ້ແມ່ນໍ້າລີກຊ່ວງນີ້ຫ້າມ (ດື່ມ ຫຼື ອາບ) ແລະ ກິນປາທີ່ຕາຍເດັດຂາດ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...