spot_img
Homeຂ່າວຕ່າງປະເທດສານລັດຖະບານກາງສະຫະລັດລະງັບຄຳສັ່ງ "ທຣັມ" ແບນຜູ້ລີ້ໄພ

ສານລັດຖະບານກາງສະຫະລັດລະງັບຄຳສັ່ງ “ທຣັມ” ແບນຜູ້ລີ້ໄພ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ບອສຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 3 ກຸມພາ 2017 ວ່າ ທ່ານ ເຈມສ໌ ໂຣບາຣ ໄອຍະການສານລັດຖະບານກາງສະຫະລັດປະຈຳເມືອງ ຊີແອດເທິລ ໃນລັດວໍຊິງຕັນ ມີຄຳພິພາກສາເມື່ອວັນສຸກ ໃຫ້ລະງັບອຳນາດພິເສດຂອງປະທານາທິບໍດີ ໂດນັລ ທຣັມ ໃນການລະງັບອອກວີຊ່າ ໃຫ້ແກ່ 7 ປະເທດເປັນເວລາ 90 ວັນ ໃຫ້ແກ່ພົນລະເມືອງຈາກ ອິຣັກ, ອິຫລ່ານ, ຊີເຣຍ, ເຢເມນ, ຊູດານ, ໂຊມາເລຍ ເຊິ່ງປະຊາຊົນສ່ວນຫຼາຍເປັນຊາວມຸສລິມ ການລະງັບຖິ່ນຖານຂອງຜູ້ລີ້ໄພຈາກທຸກສັນຊາດເປັນເວລາ 120 ວັນ ແຕ່ຫາກເປັນຊາວຊີເຣຍຈະຖືກປະຕິເສດ “ຢ່າງບໍ່ມີກຳນົດ” ເຊິ່ງເປັນການໃຊ້ອຳນາດເກີນຂອບເຂດຂອງລັດຖະທຳມະນູນ.

889-55

ດ້ານ ທ່ານ ໂນອາ ເພີເຊລ ໄອຍະການສູງສຸດລັດວໍຊິງຕັນກ່າວວ່າ ຄຳພິພາກສາຂອງສານລັດຖະບານກາງໃນເມືອງ ຊີແອດເທິລ ມີຜົນບັງຄັບໃຊ້ທົວປະເທດທັນທີ ແລະ ສະແດງຄວາມຫວັງວ່າ ລັດຖະບານກາງໃນນະຄອນ ວໍຊິງຕັນ ຈະປະຕິບັດຕາມຄຳສັ່ງດັ່ງກ່າວຢ່າງເຄັ່ງຄັດ ໂດຍການຕັດສິນຂອງສານມີຂຶ້ນຫຼັງການຍື່ນຄຳຮ້ອງຂອງທາງການລັດ ວໍຊິງຕັນ ທີ່ຕໍ່ມາລັດ ມິນນິໂຊຕາຂໍເຂົ້າຮ່ວມນຳ

 

ແຫລ່ງຂ່າວຈາກ​: http://www.dailynews.co.th/foreign/553288
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...