spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງຕັດສິນລົງໂທດໂຈນອັນຕະລາຍຈຳຄຸກ 3 ປີເຄິ່ງ

ສານນະຄອນຫລວງຕັດສິນລົງໂທດໂຈນອັນຕະລາຍຈຳຄຸກ 3 ປີເຄິ່ງ

Published on

 

ພວກກ່ຽວຮ່ວມກັນເຄື່ອນໄຫວລັກຊັບພົນລະເມືອງຫລາຍຄັ້ງຄື ລັກລົດຈັກຫລາຍຄັນ ໃນເຂດບ້ານໂພນປ່າເປົ້າ

ເມືອງຈັນທະບູລີ ບ້ານນາໄຫ ເມືອງຫາດຊາຍຟອງ, ບ້ານໂພນສີນວນ ເມືອງໄຊເສດຖາ ແລະ ເຂດອື່ນໆ ໃນນະຄອນ

ຫລວງວຽງຈັນ, ໂດຍທັງສອງແມ່ນໂຈນຕົວອັນຕະລາຍ ທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ແລະ ສ້າງຄວາມເສຍຫາຍ

ຕໍ່ຊັບສີນຂອງພົນລະເມືອງໃນສັງຄົມ ແລະ ຜ່ານມາ ພວກກ່ຽວກໍເຄີຍຖືກດັດສ້າງຢູ່ສູນບຳບັດສົມສະຫງ່າຫລາຍ

ຄັ້ງແລ້ວ, ແຕ່ຍັງບໍ່ມີຄວາມເຂັດຫລາບຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍອີກ.

 

ຫ້ອງຕຳຫລວດ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ໃນ 6 ເດືອນຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ເກີດສະ

ພາບງັດແງະຊັບສີນຂອງພົນລະເມືອງ 89 ຄັ້ງ, ໃນນັ້ນສຳນັກງານລັດ 1 ຄັ້ງ, ເຮືອນປະຊາຊົນ 48 ຄັ້ງ, ບໍລິສັດ, ຫ້າງ

ຮ້ານ ແລະ ໂຮງງານ 30 ຄັ້ງ, ໂຮງແຮມ-ເຮືອນພັກ 5 ຄັ້ງ ແລະ ອົງການຈັດຕັ້ງສາກົນ 5 ຄັ້ງ, ມີຊັບເສຍຫາຍ 1,4 ຕື້

ກວ່າກີບ, 4 ລ້ານ ກວ່າບາດ (ສະກຸນເງິນໄທ), 3 ແສນກວ່າໂດລາສະຫະລັດ, 3 ພັນກວ່າເອີໂຣ, ຄຳຮູບປະພັນ 94 ບາດ,

ລົດໃຫຍ່ 2 ຄັນ ແລະ ອື່ນໆ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...