spot_img
Homeຂ່າວຕ່າງປະເທດສານທະຫານມຽນມາຕັດສິນນາງ ອອນຊານ ຊູຈີ ຈຳຄຸກ 3 ປີ

ສານທະຫານມຽນມາຕັດສິນນາງ ອອນຊານ ຊູຈີ ຈຳຄຸກ 3 ປີ

Published on

ສານທະຫານມຽນມາພິພາກສາຈຳຄຸກ ນາງ ອອນຊານ ຊູຈີ ອະດີດຜູ້ນຳມຽນມາ ເພີ່ມອີກ 3 ປີ ໃນຖານລະເມີດຄວາມລັບຂອງລັດຖະບານ ເຊິ່ງນາງ ອອນຊານ ຊູຈີ ປະຕິເສດທຸກຂໍ້ກ່າວຫານັບຕັ້ງແຕ່ຖືກຈັບຫຼັງຈາກເກີດລັດຖະປະຫານເມື່ອເດືອນ 2021 ອອນຊານ ຊູຈີ ຖືກລັດຖະບານມຽນມາດຳເນີນຄະດີໃນຫຼາຍຂໍ້ຫາຄື ໂກງການເລືອກຕັ້ງໃນປີ 2020 ຍ້ອນ ອອນຊານ ຊູຈີ ໄດ້ຊະນະການເລືອກຕັ້ງດ້ວຍຄະແນນສຽງທີ່ຫຼາຍທີ່ສຸດ ລວມທັ້ງຂໍ້ຫາຄໍລັບຊັ່ນ ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ຂໍ້ຫາອື່ນໆ.

ໃນຂະນະທີ່ ທ້າວ ຊອນ ເທີເນລ ຄົນອົດສະຕຣາລີ ອະດີດທີ່ປຶກສາທາງເສດຖະກິດຂອງ ຊູຈີ ຖືກຕັດສິນຈຳຄຸກ 3 ປີ ໃນຂໍ້ຫາລະເມີດກົດໝາຍຄວາມລັບຂອງລັດຖະບານເຊັ່ນດຽວກັນ ໂດຍລາວຖືກກ່າວຫາວ່າລັກລອບຄອບຄອງເອກະສານລັບສູງສຸດຂອງລັດຖະບານ ແຕ່ຄອບຄົວຂອງ ເທີເນລ ໄດ້ອອກມາຮຽກຮ້ອງຂໍຄວາມເປັນທຳ ແລະ ຕ້ອງການໃຫ້ປ່ອຍໂຕ ແລ້ວສົ່ງກັບອົດສະຕຣາລີ.

ທັ້ງນີ້ ສື່ຂ່າວຕ່າງປະເທດວິເຄາະວ່າ ລັດຖະບານທະຫານນີ້ ຈະຍັດທຸກຂໍ້ກ່າວຫາໃຫ້ກັບ ນາງ ອອນຊານ ຊູຈີ ເພື່ອໃຫ້ລາວໝົດອະນາຄົດທາງການເມືອງ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...