ສາທາລະນະສຸກນະຄອນຫລວງວຽງຈັນອອກແຈ້ງການໃຫ້ເພີ່ມທະວີຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​​ເຫຼົ້າ

ຕາມສະຖິຕິອັດຕາ​ການ​ຕາຍ​ອັນ​ດັບ​ 1 ​ໃນ​ນະຄອນຫຼວງວຽງ​ຈັນ​ແມ່ນ​ມາ​ຈາກ​​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໜົນ​ ​ແລະ ສາ​ເຫດ​ຫຼັກ​ແມ່ນມາ​ຈາກ​ການ​ດື່ມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ກວມຫຼາຍກວ່າ 80 % ​ໂດຍ​ສະ​ເພາະ​ແມ່ນຊ່ວງ​ໄລຍະ​ທີ່​ມີ​ເທດສະການ​ຕ່າງໆ,ດັ່ງ​ນັ້ນ​​ເພື່ອ​ເປັນ​ການ​ຫຼຸດຜ່ອນ​ອຸປະ​ຕິ​ເຫດ​ດັ່ງກ່າວ,​ຫົວໜ້າ​ພະ​ແນກສາທາລະນະ​ສຸກ​ນະຄອນ​ລວງ​ວຽງ​ຈັນ​ຈຶ່ງ​ໄດ້​ອອກ​ແຈ້ງ​ການສະ​ບັບ​ ​ເລກທີ 0592/ສທ.ນວ ລົງ​ວັນ​ທີ 29 ມີນາ 2016 ​ເຖິງ​ຫົວໜ້າ​ຂະ​ແໜງ​ການ​ອອ້ມຂ້າງ​ພະ​ແນ​ກສາທາລະນະ​ສຸກ ​ແລະ ຫ້ອງ ການ​ສາທາລະນະ​ສຸກ 9 ຕົວ​ເມືອງ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​,​ໃຫ້ເອົາ​ໃຈ​ໃສ່​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າຢ່າງ​ເຂັ້ມ​ງວດ​ນັບ​ແຕ່​ໄລຍະ​ບຸນປີ​ໃໝ່​ລາວ 2016 ນີ້​ເປັນ​ຕົ້ນ​ໄປ​ຄື: ​ (1). ​ໃຫ້​ສະຖາ​ນບໍລິການ​ສຸຂະພາບ​ທີ່​ຂື້ນ​ກັບ​ພະ​ແນ​ກ ສາ ທານະຄອນຫຼວງວຽງ​ຈັນ​ຈົ່ງ​ເອົາ​ໃຈ​ໃສ່​
ໂຄສະນາ​ເຜີຍ​ແຜ່,ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ທາດ​ເຫຼົ້າ​ໃຫ້​​ພະ​ນັກ​ງານ​ທຸກ​ຄົນ​ຮັບ​ຮູ້ , ​ເຂົ້າ​ໃຈ ​ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດຢ່າງ​ເຂັ້ມງວດ, (2) ​ຫ້າມ​ບໍ່​ໃຫ້​ມີການ​ດື່ມ ​ແລະ ຊື້-ຂາຍ ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ໃນ​ຂອບ​ເຂດ​ຮົ້ວ​ຂອງ​ສະຖານ​ບໍລິການ​ສຸຂະພາບ​ທີ່​ຂື້ນ​ກັບ ​ພ​ະ​ແນ​ກສາ​ທາລະນະ​ສຸກ, (3) ການ​ໂຄສະ​ນາ​​

ແມ່ນ​ໃຫ້​ລິ​ເລີ່​ມ​ໃນ​ຊ່ວງ​ປີ​ໃໝ່​ລາວ 2016 ນີ້​ເປັນ​ຕົ້ນ​ໄປ,​ໂດຍ​ສະ​ເພາະ​ແມ່ນ​ການຈັດ​ງານ​ປີ​ໃໝ່​ລາວ​ຂອງສາທາລະ ນະ​ສຸກ​ແຕ່ລະ​ຂັ້ນ​ຕ້ອງ​ປາສະຈາກ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ,​(4) ​ໃຫ້ ການ​ນຳ​ສາທາລະນະ​ສຸກ​ນັບ​ແຕ່​ພະ​ແນ​ກຈົ່ງ​ຮອດ​ສຸກສາລາຈົ່ງ​ເອົາ​ໃຈ​ໃສ່​ນຳພາ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸ້ມ​​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ຢ່າງເຂັ້ມ​ງວດ,​ໃຫ້​ສົມ​ກັບ​ເປັນ​ຂະ​ແໜງ​ການ​ເຈົ້າພາບ​ໃນ​ການ​ຄຸ້ມ​ຄອງ​ກົດໝາຍດັ່ງກ່າວ, (5) ​ໃຫ້​ພາກສ່ຽວ​ກ່ຽວຂ້ອງ​ຂອງ​ພະ​ແນ​ກ​ສາທາລະນະ​ສຸກນະຄອນຫຼວງ​ລົງຕິດ​ຕາມ​ກວດກາ ​ແລະ ຊຸກຍູ້ການຈັດ​ຕັ້ງ​ປະຕິ ບັດ​ກົດໝາຍ​ດັ່ງກ່າວຢ່າງ​ມີ​ປະສິດ​ທີ​ຜົນ, (6) ​ໃຫ້​ພາກ​ສ່ວນ​ກ່ຽວຂ້ອງ​ມີ​ມາດ​ຕະການ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ສະຖານ​ທີ່​ບໍລິການ​ທີ່​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ​ໄດ້​ດີ, ພ້ອມ​ນັ້ນ​ກໍ​ຕ້ອງ​ມີ​ການ​ຕຳ​ນິກໍ່​ສ້າງ​ຕໍ່​ພາກ​ສ່ວນ​ທີ່​ບໍ່​ປະຕິບັດ ​ແລະ ຂາດ​ຄວາມ​ເອົາ​ໃຈ​ໃສ່ໃຫ້ເຂັ້ມງວດ.

 

ແຫລ່ງຂ່າວຈາກ: laophatthananewspaper