spot_img
Homeຂ່າວທ້ອງຖິ່ນສາທາຢືນຢັນ! ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ

ສາທາຢືນຢັນ! ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ

Published on

ລາຍງານຈາກຄະນະສະເພາະກິດໃຫ້ຮູ້ວ່າ ໃນວັນທີ 14 ສິງຫາ 2020ນີ້ ຜົນການກວດຜູ້ຕ້ອງສົງໃສທີ່ເດີນທາງມາແຕ່ຕ່າງປະເທດ ໃນວັນທີ 13 ສິງຫາທີ່ຜ່ານມາ ຜົນປະກົດວ່າ ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 2 ຄົນ ເຮັດໃຫ້ປັດຈຸບັນຍອດສະສົມຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນ 22 ກໍລະນີ.

ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 21 ແມ່ນເພດຊາຍ ໄວອາຍຸ 30ປີ, ສັນຊາດລາວ, ອາຊີບພະນັກງານ,

  • ໃນວັນທີ 11 ສິງຫາ 2020 ເດີນທາງຈາກໄຕ້ຫວັນ ມາຜ່ານ ສສ ເກົາຫຼີ (ອິນຊອນ) ໂດຍຖ້ຽວບິນ CI904, ໃຊ້ເວລາຢູ່ສະໜາມບິນ 18 ຊົ່ວໂມງ.
  • ວັນທີ 12 ສິງຫາ 2020 ເດີນທາງຈາກ ສສ ເກົາຫຼີ ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ ໂດຍຖ້ຽວບິນ QV922A ມີຜູ້ໂດຍສານຮ່ວມ 115ຄົນ ແລະ ຜູ້ກ່ຽວໄດ້ເດີນທາງຈາກສະໜາມບິນໄປໂຮງແຮມເພື່ອກັກຕົວດ້ວຍລົດຕູ້ ມີທັງໝົດ 8 ຄົນ ທີ່ນັ່ງລົດຄັນດຽວກັນ ລວມເຖິງຜູ້ກ່ຽວ.
  • ວັນທີ 13 ສິງຫາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19.

ກໍລະນີທີ 22 ແມ່ນເພດຍິງ,​ ອາຍຸ 25ປີ ຊັນຊາດລາວ ອາຊີບນັກສຶກສາ ກັກໂຕຢູ່ໂຮງແຮມທີ່ຖືກນົດໄວ້

  • ວັນທີ 10 ສິງຫາ 2020 ເດີນທາງມາຈາກ ສ. ອາເມລິຫາ ມາຜ່ານ ສສ. ເກົາຫຼີ ໂດຍຖ້ຽວບິນ KE5020 ໃຊ້ເວລາຢູ່ສະໜາມບິນ 15 ຊົ່ວໂມງ.
  • ວັນທີ 12 ສິງຫາ 2020 ເດີນທາງຈາກ ສສ ເກົາຫຼີ ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ ໂດຍຖ້ຽວບິນ QV922A ມີຜູ້ໂດຍສານຮ່ວມ 115ຄົນ ແລະ ຜູ້ກ່ຽວໄດ້ເດີນທາງຈາກສະໜາມບິນໄປໂຮງແຮມເພື່ອກັກຕົວດ້ວຍລົດຕູ້ ມີທັງໝົດ 6 ຄົນ ທີ່ນັ່ງລົດຄັນດຽວກັນ ລວມເຖິງຜູ້ກ່ຽວ.
  • ວັນທີ 13 ສິງຫາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19.

ລະບຸກໍລະນີສຳພັດໃກ້ຊິດ ໄຈ້ແຍກໃນເບື້ອຕົ້ນມີ 37 ຄົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...