ສັບພະຄຸນທາງຢາຂອງໝາກຫຸ່ງ

0
1671

ໝາກຫຸ່ງ ເປັນໝາກໄມ້ທີ່ດີຕໍ່ສຸຂະພາບ ເປັນໝາກໄມ້ທີ່ປະຊາຊົນລາວມັກກິນມາແຕ່ດົນນານແລ້ວ ແລະມີປະໂຫຍດທີ່ຫຼວງຫຼາຍ, ມີສັບພະຄຸນຮັກສາພະຍາດ ໂດຍສະເພາະແມ່ນເປັນຢາລະບາຍໃຫ້ຂັບຖ່າຍສະດວກ ແລະຍັງມີວິຕາມິນ, ແຮ່ທາດເຊັ່ນ ມີວິຕາມິນເອ, ວິຕາມິນຊີ, ວິຕາມິນບີ1,​ ບີ2, ບີ3, ແຄວຊຽມ ທີ່ດີຕໍ່ຮ່າງກາຍ

  1. ຊ່ວຍຕ້ານອະນຸມູນອິດສະລະຫຼາຍຊະນິດ ແລະເສີມສ້າງພູມຄຸ້ມກັນ ເຮັດໃຫ້ຮ່າງກາຍແຂງແຮງ
  2. ຊ່ວຍບຳລຸງຜິວ ໃຫ້ສົດໃສ ແລະຢັບຢັ້ງການແກ່ກ່ອນໄວອັນຄວນ
  3. ຊ່ວຍກະຕຸ້ນໃຫ້ແມ່ລູກອ່ອນມີນໍ້ານົມຫຼາຍ
  4. ຊ່ວຍບຳລຸງລະບົບປະສາດ ແລະສະໝອງ
  5. ເປັນຢາຊ່ວຍຍ່ອຍອາຫານ ເຮັດໃຫ້ຂັບຖ່າຍໄດ້ສະດວກ ແລະຫຼຸດນໍ້າໜັກໄດ້ດີ
  6. ຊ່ວຍປ້ອງກັນພະຍາດໜິ້ວໃນລະບົບທາງເດີນຂອງນໍ້າປັດສະວະ
  7. ບໍາລຸງຫົວໃຈໃຫ້ແຂງແຮງ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!