spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານເຕືອນພະຍາດມະເລັງ ທີ່ບໍ່ຄວນເມີນເສີຍ

ສັນຍານເຕືອນພະຍາດມະເລັງ ທີ່ບໍ່ຄວນເມີນເສີຍ

Published on

ພະຍາດມະເລັງ ເປັນພະຍາດທີ່ອັນຕະລາຍເຖິງຊີວິດ ຈຶ່ງເປັນສິ່ງຈຳເປັນທີ່ຕ້ອງກວດສອບອາການຕັ້ງແຕ່ເລີ່ມຕົ້ນ ເພື່ອທີ່ທ່ານຈະໄດ້ຮັບການຮັກສາໄດ້ທັນເວລາ ສຳລັບການກຳຈັດເຊວມະເລັງ ທ່ານຈຳເປັນຕ້ອງສັງເກດສັນຍານຂອງພະຍາດມະເລັງຕັ້ງແຕ່ທຳອິດ ເພື່ອຊ່ວຍໃຫ້ການຮັກສາໄດ້ດີ, ອາການເລີ່ມຕົ້ນຂອງມະເລັງມີຫຼາຍສາເຫດຂອງການເກີດພະຍາດມະເລັງ ເຊິ່ງສະແດງອາການທີ່ແຕກຕ່າງກັນອອກໄປ

  1. ການຂັບຖ່າຍໜັກທີ່ປ່ຽນແປງ: ທ່ານອາດມີພະຍາດມະເລັງໃນລະບົບທາງເດີນອາຫານ ຫານມີການຂັບຖ່າຍໜັກທີ່ມີການປ່ຽນແປງເຊັ່ນ: ພະຍາດຖອກທ້ອງ ແລະມີເລືອດອອກມານຳເວລາຖ່າຍ
  2. ປັດສະວະປ່ຽນແປງ: ທ່ານອາດຈະເປັນຕ່ອມລູກໝາກ ຫຼືມະເລັງກະເພາະປັດສະວະ ຖ້າທ່ານມີອາການເຈັບປວດເມື່ອປັດສະວະ ຫຼືມີເລືອດອອກມານຳ
  3. ບາດແຜພອງ: ຖ້າທ່ານມີບາດແຜຕາມຮ່າງກາຍຂອງທ່ານເຊັ່ນ: ໃນປາກອາດເປັນສັນຍານເລີ່ມຕົ້ນຂອງພະມາດມະເລັງໃນປາກ
  4. ເລືອດອອກໂດຍບໍ່ຮູ້ສາເຫດ: ຫາກທ່ານມີເລືອດອອກໂດຍບໍ່ຮູ້ສາເຫດເຊັ່ນ: ມີເລືອດໃນເວລາຖ່າຍໜັກ ຫຼືຕອນຖ່າຍເບົາ, ໄອເປັນເລືອດ ແລະເລືອດໄຫຼເອງ ທ່ານຕ້ອງໄປປຶກສາແພດທັນທີ ມັນອາດເປັນສາເຫດຂອງມະເລັງ
  5. ເນື້ອເປັນກ້ອນນູນ: ເມື່ອທ່ານອາຍຸຫຼາຍຂຶ້ນ ແລ້ວເກີດເນື້ອເປັນກ້ອນນູນຂຶ້ນມາ ທ່ານບໍ່ຄວນເມີນເສີຍມັນອາດເປັນອາການຂອງມະເລັງ
  6. ບັນຫາອາຫານບໍ່ຍ່ອຍ: ລະບົບທາງເດີນອາຫານເປັນບັນຫາທີ່ວິນິດໄສຜິດພາດຫຼາຍທີ່ສຸດ, ແຕ່ການສຶກສາວິໄຈໄດ້ສະແດງໃຫ້ເຫັນວ່າ: ມັນອາດເປັນສັນຍານຂອງພະຍາດມະເລັງໃນລະບົບທາງເດີນອາຫານ ຫາກທ່ານມີຄວາມລຳບາກ ໃນການກືນພ້ອມກັບອາການເຈັບທ້ອງ ທ່ານຄວນປຶກສາແພດທັນທີ
  7. ຜິວພັນມີການປ່ຽນແປງ: ຖ້າທ່ານສັງເກດເຫັນການປ່ຽນແປງ ທີ່ຜິດປົກກະຕິໃນສີຜິວຂອງທ່ານເຊັ່ນ: ສີເຫຼືອງ, ສີຄໍ້າ ແລະສີແດງ ທ່ານຄວນໄປພົບແພດ ມັນອາດເປັນສັນຍານຂອງພະຍາດມະເຮັງ
  8. ເປັນໄຂ້ຕະຫຼອດ: ການເປັນໄຂ້ຕະຫຼອດທີ່ບໍ່ດີຈັກເທື່ອ ອາດເປັນການບົ່ງບອກພະຍາດມະເລັງໃນລະບົບພູມຄຸ້ມກັນ
  9. ເມື່ອຍໂດຍບໍ່ຮູ້ສາເຫດ: ການອ່ອນເພຍຕະຫຼອດ ເຖິງແມ່ນວ່າຈະພັກຜ່ອນຕະຫຼອດ ກໍບໍ່ພຽງພໍ ອາດຈະເກີດຈາກພະຍາດມະເລັງ ທ່ານຄວນປຶກສາແພດ ຖ້າທ່ານມີອາການອ່ອນເພຍຢູ່ຕະຫຼອດເວລາ ເຖິງຈະນອນຫຼັບຢ່າງພຽງພໍແລ້ວກໍຕາມ

ທີ່ມາ: rak-sukapap
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...