spot_img
Homeຂ່າວຕ່າງປະເທດສັດຕະວະແພດສວນສັດໃນສະຫະລັດກວດພົບ ເສືອດາວຫິມະ ຕິດເຊື້ອໂຄວິດ-19

ສັດຕະວະແພດສວນສັດໃນສະຫະລັດກວດພົບ ເສືອດາວຫິມະ ຕິດເຊື້ອໂຄວິດ-19

Published on

ວັນທີ 27 ກໍລະກົດ 2021 ເວັບໄຊ້ CNN ລາຍງານວ່າ ເສືອດາວຫິມະໂຕໜຶ່ງ ຢູ່ໃນສວນສັດ ນະຄອນດິເອໂກ ລັດແຄລິຟໍເນຍ ສະຫະລັດອາເມລິກາ ຕິດເຊື້ອໄວຣັສ ໂຄວິດ-19 ຫຼັງຈາກມີອາການໄອ ແລະ ຂີ້ມູກໄຫຼ ຕັ້ງແຕ່ອາທິດທີ່ຜ່ານມາ, ໂດຍສັດຕະວະແພດຜູ້ຊຽວຊານດ້ານການດູແລສັດປ່າຂອງສວນສັດດັ່ງກ່າວ ເປີດເຜີຍວ່າ ຜົນການກວດເບື້ອງຕົ້ນເຫັນວ່າ ເສືອດາວຫິມະໂຕນີ້ ມີເຊື້ອພະຍາດໂຄວິດ-19 ໂດຍທີ່ມັນຍັງບໍ່ເຄີຍໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ມາກ່ອນ ແລະ ຍັງບໍ່ຮູ້ສາເຫດເທື່ອວ່າໄດ້ຮັບເຊື້ອມາຈາກໃສ.

ທາງດ້ານກອງທຶນເສືອດາວຫິມະ ເປີດເຜີຍວ່າ ເສືອດາວຫິມະເປັນສັດຫາຍາກ ໂດຍປັດຈຸບັນທົ່ວໂລກມີເຫຼືອຢູ່ພຽງແຕ່ 4,000 6,000 ໂຕເທົ່ານັ້ນ, ເມື່ອຕົ້ນເດືອນ ມັງກອນ ທີ່ຜ່ານມາ ທາງສວນສັດດັ່ງກ່າວ ໄດ້ເລີ່ມໂຄງການສັກວັກຊີນໂຄວິດ-19 ສໍາລັບສັດ ໂດຍສະເພາະໃຫ້ກັບບັນດາສັດໃນສວນສັດ ຫຼັງຈາກພົບລິງກໍລິລາ ຕິດເຊື້ອພະຍາດໂຄວິດ-19, ໂດຍປັດຈຸບັນ ລິງດັ່ງກ່າວໄດ້ຫາຍດີແລ້ວ ແລະ ທາງສວນສັດລະບຸວ່າ ຈະດໍາເນີນການສັກວັກຊີນໃຫ້ກັບສັດຕໍ່ໄປ ໂດຍຈະເນັ້ນທີ່ສັດກຸ່ມສ່ຽງຕໍ່ໄປເຊັ່ນ ເສືອດາວ, ສິງ, ເສືອຊີຕ້າ, ເສືອຈາກົ້ວ ແລະ ສິງໂຕພູເຂົາ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...