spot_img
Homeນານາສາລະສັງຄົມຢາກໃຫ້ການອອກຫວຍພັດທະນາໂປ່ງໃສກວ່າເກົ່າ

ສັງຄົມຢາກໃຫ້ການອອກຫວຍພັດທະນາໂປ່ງໃສກວ່າເກົ່າ

Published on

 

ບໍລິສັດ ລັດວິສາຫະກິດ ຫວຍພັດທະນາພາຍໃຕ້ການຄຸ້ມຄອງກະຊວງການເງິນ ໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈຸດປະສົງ

ຕົ້ນຕໍ ແມ່ນເລັງໃສ່ຂຸດຄົ້ນແຫລ່ງລາຍຮັບຈາກທົ່ວສັງຄົມ ພ້ອມກັນປະກອບສ່ວນ ເຂົ້າໃນການສ້າງສາພັດທະນາປະ

ເທດຊາດ, ໂດຍໄລຍະທຳອິດຫົວໜ່ວຍວິສາຫະກິດດັ່ງກ່າວ ໄດ້ມີການປັບປຸງຂອດບໍລິການໄດ້ດີເທື່ອລະກ້າວ ແລະ ສາ

ມາດສ້າງລາຍຮັບມອບພັນທະໃຫ້ແກ່ງົບປະມານ ເປັນກ້ອນເງິນຈຳນວນຫລາຍຕື້ກີບໃນແຕ່ລະປີ ເຊຶ່ງໃນເວລານັ້ນ

ການອອກຫວຍແຕ່ລະຄັ້ງ ນັບວ່າສ້າງຄວາມພໍໃຈໃຫ້ກັບສັງຄົມເປັນຢ່າງດີ. ເນື່ອງຈາກການຈັດຕັ້ງອອກຫວຍແຕ່ລະ

ຄັ້ງແມ່ນມີຄວາມໂປ່ງໃສ ໂດຍໄດ້ເຊີນພະນັກງານຜູ້ຕາງໜ້າທຸກພາກສ່ວນ ລວມໄປເຖິງຜູ້ຕາງໜ້າອົງການຈັດຕັ້ງມະ

ຫາຊົນໃນລະດັບຂັ້ນສູນກາງ ເຂົ້າຮ່ວມເປັນສັກຂີພິຍານ ມີການຖ່າຍທອດຜ່ານສື່ອີເລັກໂຕນິກ ເຊັ່ນ: ວິທະຍຸກະຈາຍ

ສຽງ, ໂທລະພາແຫ່ງຊາດ ແລະ ແຈ້ງຜົນຫວຍຜ່ານສື່ສິ່ງພິມ, ແຕ່ເປັນໜ້າເສຍດາຍ ເມື່ອທຽບໃສ່ປັດຈຸບັນນີ້ ເຫັນວ່າ

ໄກກັນຫລາຍ ຄ້າຍກັບມີລັກສະນະແບບປິດຫູບັງຕາສັງຄົມໃນການອອກຫວຍແຕ່ລະຄັ້ງ.

 

ແນວໃດກໍດີ ເຖິງວ່າກະຊວງການເງິນ ຈະຫັນໄປສູ່ຮູບການກຳມະສິດອື່ນ ຈາກການຄຸ້ມຄອງຂອງລັດ ຫລື ພາກສ່ວນ

ອື່ນໆຮັບສຳປະທານຕໍ່ ແຕ່ຫົວຄວັນໃບຫວຍແຕ່ລະໃບ ຊ້ຳພັດຍັງອອກຊື່ກະຊວງການເງິນ, ບໍລິສັດ ລັດວິສາຫະກິດ

ຫວຍພັດທະນາ ຖືວ່າຍັງອອກໜ້າອອກຕາຂອງລັດເປັນເຈົ້າຄຸ້ມຄອງຄືເກ່ົາ, ຊຶ່ງສິ່ງເຫລົ່ານີ້ສັງຄົມກໍບໍ່ມີຄວາມແປກ

ປະຫລາດໃຈພໍປານໃດ, ແຕ່ກໍຂໍໃຫ້ເຈົ້າຂອງຫວຍຜູ້ໃຫ້ບໍລິການ, ຫວຍພັດທະນາທົ່ວປະເທດ ຄວນສຳນຶກຄືນການ

ອອກຫວຍແຕ່ລະຄັ້ງ ຕ້ອງມີຄວາມຈິງໃຈບໍລິສຸດໂປ່ງໃສ, ນອກຈາກຖ່າຍທອດຜ່ານວິທະຍຸກະຈາຍສຽງແຫ່ງຊາດແລ້ວ

ກໍຕ້ອງໄດ້ຜ່ານການຖ່າຍທອດສົດທາງ ໂທລະພາບແຫ່ງຊາດ ຄືດັ່ງທີ່ເຄີຍປະຕິບັດມາຫລາຍປີກ່ອນ, ການອອກຫວຍ

ກໍບໍ່ຄວນໃຫ້ມີການຊ້ຳຊາກອອກເລກເກົ່າຕະຫລອດຄືດັ່ງອາທິດຜ່ານມາ ການອອກຫວຍເລກທ້າຍ 3 ໂຕອອກ 021

ເຂົາຮ້ອງນາມສັດວ່ານົກແອ່ນ, ຄັ້ງຕໍ່ມາອອກ 201 ນາມສັດ ເປັນເລກປານ້ອຍ ແລະ ຄັ້ງຕໍ່ມາຊ້ຳພັດອອກ 121 ນາມ

ສັດເປັນນົກແອ່ນຄືເກົ່າ ບໍ່ສະເພາະແຕ່ເທົ່ານີ້ ໃນຫລາຍເດືອນຜ່ານມາ ການອອກຫວຍພັດທະນາຍັງຊ້ຳຊ້ອນຫລົບ

ໄປຫລົບມາເປັນເລກເກົ່າ ເຮັດໃຫ້ຜູ້ຊື້ຂາດຄວາມເຊື່ອຖືຕໍ່ຫວຍພັດທະນາຂອງລາວ ຈາກບ່ອນນັ້ນຈຶ່ງກໍໃຫ້ເກີດມີສຽງ

ຈົ່ມວ່າຈາກຊັ້ນຄົນຕ່າງໆ ທີ່ເຂົ້າຮັບບໍລິການຊື້ຫວຍດັ່ງກ່າວຢ່າງແຜ່ຫລາຍ, ໃນຂະນະດຽວກັນ ຈຳພວກຄົນຂາຍຫວຍ

ເຖື່ອນຊ້ຳພັດດີໃຈ ເຂົ້າຂ້າງກັບຄະນະຮັບຜິດຊອບຫວຍພັດທະນາ ດ້ວຍການຍ້ອງຍໍຊົມເຊີຍວ່າ ມີຫົວຄິດປະດິດສ້າງ

ມີຄວາມສະຫລາດຫລັກແຫລມ ສາມາດກິນຫົວຜູ້ຊື້ໄດ້ຢ່າງງ່າຍດາຍ ເພາະວ່າເຂົາເຈົ້າກໍແມ່ນກຸ່ມຂາຍ ຫວຍຊອກ

ເງິນເຂົ້າຖົງຄືກັບໜ່ວຍຈຳໜ່າຍຫວຍພັດທະນາໃນປັດຈຸບັນ.

 

ບົດຄວາມຈາກ: http://laophatthananews.blogspot.com/2014/08/blog-post_47.html

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...