spot_img
Homeຂ່າວຕ່າງປະເທດສັກວັກຊີນຄົບ 2 ເຂັມກໍສາມາດເດີນທາງເຂົ້າປະເທດອົດສະຕຣາລີໄດ້ແລ້ວ!!

ສັກວັກຊີນຄົບ 2 ເຂັມກໍສາມາດເດີນທາງເຂົ້າປະເທດອົດສະຕຣາລີໄດ້ແລ້ວ!!

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ລັດຖະບານປະເທດ ອົດສະຕຣາລີ ໄດ້ປະກາດກຽມເປີດປະເທດ ແລະ ອະນຸຍາດໃຫ້ຄົນຕ່າງປະເທດທີ່ໄດ້ຮັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ 2 ເຂັມ ສາມາດເດີນທາງເຂົ້າປະເທດອົດສະຕຣາລີໄດ້ ເລີ່ມຕັ້ງແຕ່ວັນທີ 21 ກຸມພາ 2022 ທີ່ຈະມາຮອດນີ້.

ນາຍົກລັດຖະມົນຕີອົດສະຕຣີລີ ໄດ້ກ່າວວ່າ: “ຖ້າເຈົ້າສັກວັກຊີນປ້ອງກັນໂຄວິດ-19 ຄົບສອງເຂັມແລ້ວ ພວກເຮົາກໍພ້ອມທີ່ຈະຕ້ອນຮັບທ່ານເຂົ້າສູ່ປະເທດອົດສະຕຣາລີ”.

ການຜ່ອນພັນມາດຕະການຂອງການຄວບຄຸມການແຜ່ລະບາດຂອງໂຄວິດ-19 ຂອງປະເທດອົດສະຕຣາລີນັ້ນ ຖືເປັນການກະຕຸ້ນກຸ່ມທຸລະກິດສາຍການບິນ, ໂຮງແຮມ ແລະ ການທ່ອງທ່ຽວທີ່ໄດ້ຮັບຜົນກະທົບຢ່າງໜັກຈາກການລະບາດຂອງພະຍາດທີ່ຜ່ານມາ.

ການປະກາດເປີດປະເທດໃນຄັ້ງນີ້ເຮັດໃຫ້ລາຄາຮຸ້ນຂອງກຸ່ມທຸລະກິດການທ່ອງທ່ຽວ ແລະ ສາຍການບິນເໜັງຕີງຂຶ້ນຢ່າງໄວວາ ແລະ ສໍາລັບສະຖານະການການລະບາດຂອງໂຄວິດ-19 ໃນປະເທດອົດສະຕຣາລີນັ້ນ ຈໍານວນຜູ້ຕິດເຊື້ອໃໝ່ໃນເດືອນມັງກອນທີ່ຜ່ານມາແມ່ນເລີ່ມຫຼຸດລົງ ແຕ່ພໍມາຮອດຕົ້ນເດືອນກຸມພາ ຜູ້ຕິດເຊື້ອໃໝ່ແມ່ນເພີ່ມສູງຂຶ້ນປະມານ 150,000 ຄົນຕໍ່ມື້.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...