spot_img
Homeຂ່າວການພັດທະນາສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກຈຳ­ປາ​ສັກ​ເປີດ​ ໃຊ້​ອາ­ຄານ​ຫຼັງ​ໃໝ່

ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກຈຳ­ປາ​ສັກ​ເປີດ​ ໃຊ້​ອາ­ຄານ​ຫຼັງ​ໃໝ່

Published on

ພິ­ທີ​ເປີດ​ນຳ​ໃຊ້​ອາ­ຄານ​ຫຼັງ​ໃໝ່ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບເງິນ​ຝາກ​ຈຳ­ປາ​ສັກ ຈຳ­ກັດ ໄດ້​ມີ​ຂຶ້ນ​ໃນວັນ​ທີ 11 ມີ­ນາ​ຜ່ານ​ມາ​ນີ້ ທີ່​ສຳ­ນັກ­ງານບ້ານ​ສະ­ໜາມ​ໄຊ ເມືອງ​ປາກ​ເຊ ໂດຍເຂົ້າ​ຮ່ວມ​ເປັນ​ປະ­ທານ​ຂອງ​ທ່ານ ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າ­ແຂວງໆ​ຈຳ­ປາ​ສັກ, ມີ​ທ່ານ ນະ​ຈັນ ຕະ​ລິ​ວົງ ຫົວ­ໜ້າ​ຫ້ອງການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ພາກໃຕ້​ແຂວງ​ຈຳ­ປາ​ສັກ,  ທ່ານ ສຸ​ລິ​ຈັນ ຈັນ­ທະ​ສິນ ເຈົ້າ­ເມືອງໆ​ປາກ​ເຊ, ທ່ານ ໜູເຄືອບ ສິດ­ທິ​ເດດ ຜູ້­ອຳ­ນວຍ­ການ​ສະຖາ​ບັນ​ການ​ເງິນ​ດັ່ງ­ກ່າວ​ພ້ອມ​ດ້ວຍ​ບັນດາ​ທ່ານ​ແຂກ​ຜູ້​ໃຫຍ່​ທີ່​ກ່ຽວ­ຂ້ອງ, ພະນັກ​ງານ, ນັກ­ວິ­ຊາ­ການ​ພາຍ​ໃນ​ສະ​ຖາບັນ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ທ່ານ ໜູ​ເຄືອບ ສິດ­ທິ​ເດດ ໄດ້​ກ່າວວ່າ: ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບເງິນ​ຝາກ​ຈຳ­ປາ​ສັກ ຈຳ­ກັດ ໄດ້​ຮັບ​ອະນຸ​ມັດ ຈາກ​ທະ­ນາ­ຄານ​ແຫ່ງ ສປປ ລາວ, ໃນ​ການ​ສ້າງ­ຕັ້ງ​ຂຶ້ນ​ໃນ​ເດືອນ​ມີ­ນາ 2015 ຈຸດ­ປະ­ສົງ​ແມ່ນ​ແນ­ໃສ່​ການ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ ແລະ ເພື່ອ​ນຳ​ເອົາ​ປະ­ເທດ​ຫຼຸດ​ພົ້ນອອກ​ຈາກ​ສະ­ຖາ­ນະ​ພາບ​ປະ­ເທດ​ດ້ອຍພັດ­ທະ­ນາ​ໃນ​ປີ 2020, ພາ­ລະ­ກິດ​ຕົ້ນ­ຕໍ​ຂອງ​ສະ​ຖາ​ບັນ​ພວກ​ເຮົາ​ແມ່ນ​ຂະ­ຫຍາຍ​ການ​ບໍ­ລິ­ການໄປ​ສູ່​ປະ­ຊາ­ຊົນ​ທຸກ​ຊຸມ​ຊົນ, ທຸກ​ພາກ­ສ່ວນ​ທີ່​ມີ​ລາຍ​ໄດ້​ໜ້ອຍ​ໃຫ້​ເຂົາເຈົ້າ​ໄດ້​ມີ​ໂອ­ກາດ​ເຂົ້າ​ເຖິງ​ການ​ບໍ­ລິ­ການສິນ​ເຊື່ອ ແລະ​ຮັບ​ເງິນ​ຝາກ​ທີ່​ເໝາະ​ສົມກັບ​ຄວາມ​ອາດ​ສາ­ມາດ ແລະ​ຄວາມຕ້ອງ­ການ​ຂອງ​ເຂົາ­ເຈົ້າ.

ທ່ານ​ກ່າວ​ຕື່ມ​ວ່າ: ນັບ​ແຕ່​ມື້​ເປີດ​ບໍ­ລິ­ການ​ແກ່​ລູກ​ຄ້າ​ເປັນ­ຕົ້ນ​ມາ​ຮອດທ້າຍ​ປີ 2015 ສະ​ຖາ​ບັນ​ການ​ເງິນແມ່ນໄດ້​ໃຫ້​ບໍ­ລິ­ການ​ເງິນ​ຈຸ​ລະ​ພາກ​ໃຫ້​ແກ່​ລູກຄ້າ​ທັງ​ໝົດ 4.026 ຄົນ ໃນ​ນັ້ນ​ຍັງ​ມີ​ລູກຄ້າ​ທີ່​ສຶບ​ຕໍ່​ເຄື່ອນ​ໄຫວ​ນຳ​ພວກ​ເຮົາ​ໃນ​ປີ 2016 ຈຳ­ນວນ 3.704 ຄົນ, ສາ­ມາດລະ­ດົມ​ເງິນ​ຝາກ​ໄດ້​ກວ່າ 56 ຕື້​ກີບ, ແລະ ປ່ອຍ​ກູ້​ຈຸ​ລະ​ພາກ​ໄດ້ 51 ຕື້​ກວ່າ​ກີບ, ໃນ​ທ້າຍ​ປີ 2015 ຍອດ​ເງິນ​ເຫຼືອ​ກູ້​ຂອງລູກ​ຄ້າ​ແມ່ນ 37 ຕື້​ກວ່າ​ກີບ, ໃນ​ນັ້ນ 49% ແມ່ນ​ການ​ກູ້​ຢືມ​ເພື່ອ​ໄປ​ຊົມ­ໃຊ້​ໃນຄົວ​ເຮືອນ 30% ແມ່ນ​ການ​ກູ້​ຢືມ​ເພື່ອການ​ກະ​ສີ​ກຳ ແລະ 21% ແມ່ນ​ການ​ກູ້ຢືມ​ເພື່ອ​ການ​ຄ້າ.

ສຳ­ລັບ​ໃນ​ປີ 2016 ນີ້ ​ຜູ້​ອຳ­ນວຍການ​ຢ້ຳ​ຕື່ມ​ວ່າ: ສະ​ຖາ​ບັນ​ການ​ເງິນ​ຈຸລະ​ພາກ​ພວກ​ເຮົາ​ມີ​ແຜນ­ທີ່​ຈະ​ຂະ­ຫຍາຍ​ຕາ​ໜ່າງ​ການ​ບໍ­ລິ­ການ​ໃຫ້​ກວ້າງ­ຂວາງຂຶ້ນ ເພື່ອ​ໃຫ້​ເຂົ້າ​ເຖິງ​ລູກ​ຄ້າ​ທີ່​ມີ​ຄວາມຕ້ອງ­ການ​ໃນ​ທຸກ​ຂົງ­ເຂດ ແລະ​ເປົ້າ​ໝາຍ ຈະ​ສູ້​ຊົນ​ບໍ­ລິ­ການ​ລູກ​ຄ້າ​ໃຫ້​ໄດ້ 6.260 ຄົນ, ລະ­ດົມ​ເງິນ​ຝາກ​ຈາກ​ມວນ​ຊົນ​ໃຫ້ໄດ້ 15,6 ຕື​ກີບ, ໃຫ້​ບໍ­ລິ­ການ​ເງິນ​ກູ້​ຈຸ ລະ​ພາກ​ໃຫ້​ໄດ້ 60,8 ຕື້​ກີບ ແລະ ຄາດຄະ­ເນ​ຍອດ​ເຫຼືອ​ເງິນ​ທ້າຍ​ປີ​ນີ້ 67,56 ຕື້​ກີບ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...