spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສະໝຸນໄພສຸດເດັດ ທີ່ເຮັດໃຫ້ເຈົ້າຜິວຂາວ!!

ສະໝຸນໄພສຸດເດັດ ທີ່ເຮັດໃຫ້ເຈົ້າຜິວຂາວ!!

Published on

  1. ຂີ້ມີ້ນ: ເປັນພືດລົ້ມລຸກທີ່ມີເຫງົ້າ ສີເຫຼືອງເຂັ້ມ ມີການໃຊ້ເປັນຢາທາແກ່ໂລກຜິວໜັງ ແລະຜົດຜື່ນຄັນ ເຫງົ້າສົດ ຂອງຂີ້ມິ້ນມີນໍ້າມັນຫອມລະເຫີຍ ມີລິດໃນການຂ້າເຊື້ອແບັກທີເລຍ, ຕ້ານການອັກເສບ ແລະເຮັດໃຫ້ຜິວຂາວຂຶ້ນ, ໃຊ້ບຳລຸງຜິວ ແລະຮັກສາຜິວໜ້າໃຫ້ຜຸດຜ່ອງ, ສວຍງາມ ແລະຫຼຸດຮອຍແຫ່ວ ເວົ້າໄດ້ວ່າເປັນສະໝຸນໄພທີ່ເຮັດໃຫ້ຜິວຂາວຈົນເປັນທີ່ຍອມຮັບໃນສັງຄົມ
  2. ແຕງກວາ: ເປັນໝາກໄມ້ທີ່ມະນຸດໃຊ້ເປັນອາຫານ, ນອກຈາກຈະກິນສົດໆ ທີ່ໃຫ້ຄຸນຄ່າທາງອາຫານສູງແລ້ວ ແຕງກວາຍັງມີເອນໄຊ ເຊິ່ງຊ່ວຍຍ່ອຍໂປຣຕີນໄດ້ ເຊິ່ງຈະໃຊ້ຍ່ອຍຜິິວໜັງ ທີ່ຫຍາບກ້ານ ທີ່ຫຼຸດອອກໄປ ແລະເຮັດໃຫ້ເຊວຜິວໃໝ່ທີ່ອ່ອນນຸ້ມ ແລະຂາວໃສກວ່າອອກມາແທນທີ່. ປັດຈຸບັນນີ້ ມີການເອົາແຕງກວາມາປະສົມໃນຄີມລ້າງໜ້າ, ຄີມທາຜິວ ແຕ່ການໃຊ້ແຕງກວາປາດເປັນປ່ຽງບາງໆ ພອກໜ້າບາງໆ ເພື່ອສະໝານຜິວ ແລະຊ່ວຍໃຫ້ຜິວຂາວໃສ ກໍໄດ້ຜົນເຊັ່ນກັນ ແລະທີ່ສຳຄັນລາຄາຖືກ
  3. ໝາກເລັ່ນ: ເປັນພືດລົ້ມລຸກ, ລຳຕົ້ນ ແລະໃບມີຂົນ ຂະໜາດຂອງໝາກແຕກຕ່າງກັນ, ໝາກດິບຈະຂຽວ, ເມື່ອສຸກຈະສີແດງ. ເນື່ອງຈາກມີສານ Carotenoids ໝາກເລັ່ນ ຍັງມີຄຸນຄ່າທາງອາຫານສູງ ປະກອບດ້ວຍວິຕາມິນເອ, ວິຕາມິນບີ1,​ ບີ2, ວິຕາມິນເຄ ແລະວິຕາມິນຊີ. ນໍ້າຈາກໝາກເລັ່ນມີສານ Lycopersicin ເຊິ່ງມີລິດຂ້າເຊື້ອລາ ແລະແບັກທີເລຍ ຫຼາຍຄົນຈຶ່ງໃຊ້ໝາກເລັ່ນປາດເປັນປ່ຽງບາງໆ ພອກໜ້າຊ່ວຍບຳລຸງຜິວໜ້າ ໃຫ້ອ່ອນນຸ້ມ, ສົດຊື່ນ, ຮັກສາສິວ, ສະມານຜິວໃຫ້ເຕັ່ງຕຶງ ມີນໍ້າມີນວນຫຼາຍຂຶ້ນ
  4. ໝາກນາວ: ໃນນໍ້າໝາກນາວມີກົດ AHA (Alpha Hydroxy Acids) ຢູ່ໃນປະລິມານທີ່ສູງຫຼາຍ ເຊິ່ງກົດສະນິດນີ້ ເປັນກົດຈາກໝາກໄມ້ ທີ່ຊ່ວຍໃນການຮັກສາເຊວຜິວ ການໃຊ້ນໍ້າໝາກນາວປະສົມນໍ້າ ຫຼືນໍ້າເຜິ້ງ ໜ້ອຍໜຶ່ງ ແລ້ວເອົາມາພອກໜ້າ ຈະຊ່ວຍຂະບວນການຜະລິດເຊວຜິວ ເຮັດໃຫ້ຜິວຊັ້ນນອກຫຼຸດອອກ ແລະເຜີຍຜິວໃໝ່ທີ່ໃສຂຶ້ນມາແທນ ນອກຈາກນັ້ນໃນໝາກນາວ ຍັງມີວິຕາມິນຊີ ຊ່ວຍຮັກສາຜິວ ແລະຊ່ວຍເຮັດໃຫ້ຈຸດດ່າງດຳຈາງລົງ, ໝາກນາວຍັງເອົາມາປະສົມເປັນເຄື່ອງດື່ມສະໝຸນໄພ ທີ່ເຮັດໃຫ້ຜິວຂາວອີກດ້ວຍ
  5. ຫວ້ານຫາງແຂ້: ວຸ້ນຈາກໃບຂອງຫວ້ານຫາງແຂ້ ໃຊ້ຮັກສາແຜທີ່ໄຟໄໝ້, ນໍ້າຮ້ອນລວກ, ໄໝ້ຈາກແດດເຜົາ ຫຼືໃຊ້ເປັນສ່ວນປະສົມໃນເຄື່ອງສຳອາງຫຼາຍຊະນິດ ທີ່ໃຊ້ເພື່ອການບຳລຸງຜິວ ແລະຜົມ. ໃນຫວ້ານຫາງແຂ້ມີສານ Aloin ແລະສານອື່ນໆທີ່ສະກັດໄດ້ຈາກເປືອກຂອງໃບຫາງແຂ້ ເຊິ່ງມີລິດຢັບຢັ້ງເອັນໄຊ ທີ່ຢູ່ໃຕ້ຜິວໜັງໄດ້, ຖ້າຫາກມີເອນໄຊນີ້ຫຼາຍເກີນໄປຈະເຮັດໃຫ້ເກີດຈຸດດ່າງດຳທີ່ຜິວໜັງໄດ້, ປັດຈຸບັນຈຶ່ງມີການນຳຫວ້ານຫາງແຂ້ມາປະສົມກັບຄີມບຳລຸງຜິວ, ຄີມກຳຈັດຜ້າ ແລະຮອຍດ່າງດຳເທິງຜິວໜັງ ການໃຊ້ເນື້ອຫວ້ານຫາງແຂ້ສົດມາພອກໜ້າຈະເຮັດໃຫ້ຜິວຂາວໃສໄດ້ເຊັ່ນດຽວກັນ

ທີ່ມາ: sukaphap

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...