spot_img
Homeຂ່າວເຫດການສະເຫຼີມສະຫຼອງວັນກາແດງສາກົນ

ສະເຫຼີມສະຫຼອງວັນກາແດງສາກົນ

Published on

ສະເຫຼີມສະຫຼອງວັນກາແດງສາກົນ
ສະເຫຼີມສະຫຼອງວັນກາແດງສາກົນ

ເພື່ອ​ເປັນ​ການສະແດງ​ເຖິງ​ຜົນງານ​ການເຄື່ອນໄຫວ ຂອງ​ວຽກ​ງານ​ອົງການ​ກາແດງ​ສາກົນ ໃນ​ໄລຍະ​ຜ່ານ​ມາ ທັງ​ເປັນ​ການ​ລະນຶກ​ເຖິງ​ຄຸນງາມຄວາມດີ​ຂອງ​ທ່ານ ຮັງ​ຣີ ດຸຍ​ນັງ ຜູ້​ກໍ່​ຕັ້ງ​ກາແດງ​ຄົນ​ທຳ​ອິດ​ຂອງ​ໂລກ ເພິ່ນ​ໄດ້​ກຳນົດ​ເອົາ​ວັນ​ທີ 8 ພຶດສະພາ​ຂອງ​ທຸກໆ​ປີ ເປັນ​ການ​ສະເຫຼີມສະຫຼອງ​ວັນ​ກາແດງ​ສາກົນ ເຊິ່ງ​ມີ​ບັນດາ​ປະເທດ​ສະມາຊິກ 189 ປະເທດ​ໃນ​ທົ່ວ​ໂລກ ຮ່ວມ​ສະຫຼອງ​ພ້ອມ​ກັນ.

ສະເພາະ​ໃນ ​ສປປ ລາວ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ຂຶ້ນ​ເຊັ່ນ​ດຽວ​ກັນ ໃນ​ວັນ​ທີ 8 ພຶດສະພາ 2014 ນີ້ ທີ່​ສະໂມສອນ​ໂຮງຮຽນ​ມັດທະຍົມ​ສຶກ​ສາ​ຕອນ​ປາຍ ມິດຕະພາບ​ວຽງ​ຈັນ-ໂຮ່​ຈິ​ມິນ (ມັດທະຍົມ​ປາຍ​ສີ​ໂຄດ) ນະຄອນຫຼວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ເລົາ​ລີ ໄຟ​ເພັງ​ຢົວ ປະທານ​ອົງການ​ກາແດງ​ລາວ ພ້ອມ​ນີ້​ກໍ່​ມີ​ບັນດາ​ທ່ານ​ຜູ້ຕາງໜ້າ​ຈາກ​ກະຊວງ ສຳນັກງານ ອົງການ ສະ​ຖາ​ບັນ​ການ​ສຶກ​ສາ ຫົວໜ່ວຍ​ທຸລະ​ກິດ ທັງ​ພາກ​ລັດ ແລະ ເອກະ​ຊົນ​ເຂົ້າ​ຮ່ວມ.

ກິດຈະກຳ​ດັ່ງກ່າວ ນອກຈາກ​ຈະ​ມີ​ການ​ປາຖະກະຖາ ປະຫວັດ​ຄວາມ​ເປັນ​ມາ​ຂອງ​ວັນ​ກາແດງ​ສາກົນ​ແລ້ວ ກໍ່​ມີ​ການວາງສະແດງ​ຮູບ​ພາບ​ການເຄື່ອນໄຫວ ວຽກ​ງານ​ຂອງ​ອົງການ​ກາແດງ​ສາກົນ-ລາວ ພ້ອມ​ທັງ​ສາທິດ ການ​ປະຖົມພະຍາບານ​ເບື້ອງ​ຕົ້ນ​ຂອງ​ໜ່ວຍ​ງານ​ກູ້​ໄພ ພິເສດ​ແມ່ນ​ກິດຈະກຳ​ຮັບ​ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ ໂດຍ​ບໍ່​ຮຽກ​ຄ່າ​ຕອບ​ແທນ ແລະ ການສະແດງ​ສິລະ​ປະ-ວັນນະຄະດີ ລະຄອນ​ເວທີ​ຈາກ​ບັນດາ​ນ້ອງ​ນັກຮຽນ ແລະ ຊາວ​ໜຸ່ມ​ອາສາ​ສະມັກ​ບໍລິຈາກ​ເລືອດ.

ທີ່ມາ http://www.vientianemai.net/teen/khao/1/11762

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...