spot_img
Homeຂ່າວຕ່າງປະເທດສະເທືອນຂັວນ! ໜຸ່ມໄທເສຍຫລັກຕຳເສົາຂ້າງທາງ ລົດຂາດສອງທ່ອນ ເສຍຊີວິດຄາທີ່ຢູ່ອະຍຸດທະຍາ!

ສະເທືອນຂັວນ! ໜຸ່ມໄທເສຍຫລັກຕຳເສົາຂ້າງທາງ ລົດຂາດສອງທ່ອນ ເສຍຊີວິດຄາທີ່ຢູ່ອະຍຸດທະຍາ!

Published on

fb_02

ເກີດ​ອຸບັດ​ເຫດ​ສະ​ເທືອ​ນຂັວນ ໜຸ່ມ​ຂັບ​ລົດ​ເກັງ​ເສຍ​ຫລັກ ຕຳ​ເສົາ​ປ້າຍ​ບອກ​ທາງ ຢູ່​​ແຂວງ​ອະ​ຍຸດ​ທະຍາ ປະ​ເທດ​ໄທ ລົດ​ຂາດ​ສອງ​ທ່ອນ ​ເສຍ​ຊີວິດ 2 ຄົນ.

ສຳນັກ​ຂ່າວກຸງ​ເທບ​ທຸລະ​ກິດຂອງ​ໄທ ລາຍ​ງານ​ໃນ​ວັນ​ທີ 26 ພຶດສະພາ​ຜ່ານ​ມາ​ນີ້ວ່າ ​ເກີດ​ອຸບັດ​ເຫດ​ລົດ​ເກັງ​ຕຳ​ປ້າຍ​ບອກ​ທາງ ບໍລິ​ເວນ​ແຄມ​ຖະໜົນ​ສາຍ​​ເອ​ເຊຍ​ຂາ​ເຂົ້າ ​ເຂດ​ຕາ​ແສງ​ຂັວນ​ເມືອງ ​ເມືອງ​ບາງປະ​ຫັນ ​ແຂວງ​ອະ​ຍຸດ​ທະຍາ ປະ​ເທດ​ໄທ ສະພາບ​ລົດ​ແມ່ນ​ຂາດ​ເປັນ​ສອງ​ທ່ອນ ​ເຮັດ​ໃຫ້​ຄົນ​ຂັບລົດ​ເຊິ່ງ​ເປັນ​ຜູ້ຊາຍ ອາຍຸ 33 ປີ ​ເສຍ​ຊີວິດ​ຄາ​ທີ່ ​ແລະ ຢູ່​ບໍລິ​ເວນ​ປ່າ​ຫຍ້າ​ຂ້າງ​ທາງ ກໍ​ພົບ​ຊິ້ນ​ສ່ວນ​ຂອງ​ລົດ​ອີກ​ເຄິ່ງໜຶ່ງ ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ສາຫັດ 1 ຄົນ ​ເປັນ​ຜູ້ຍິງ ​ອາຍຸ 32 ປີ ຕຳຫລວດ​ຈິ່ງ​ຟ້າວ​ນຳ​ສົ່ງ​ໂຮງໝໍ ​ແຕ່​ເສຍ​ຊີວິດ​ໃນ​ໄລຍະ​ຕໍ່​ມາ.

ຈາກ​ການ​ສອບ​ສວນ​ເບື້ອງ​ຕົ້ນ ​ເຈົ້າ​ໜ້າ​ທີ່​ໃຫ້​ຮູ້​ວ່າ ທັງ​ສອງ​ແມ່ນ​ເປັນ​ແຟນກັນ ​​ເຊິ່ງ​ເດີນທາງ​ມາ​ຈາກ​​ແຂວງ​ອ່າງ​ທອງ ​ເພື່ອ​ມຸ່ງ​ໜ້າ​ໄປ​ແຂວງ​ອະ​ຍຸດ​ທະຍາ ​ແລະ ຄາດ​ວ່າ​ຜູ້​ຂັບ​ຂີ່​ອາດ​ຂັບລົດ​ມາ​ດ້ວຍ​ຄວາມ​ໄວ​ສູງ ​​ແລ້ວ​ເກີດ​ເສຍ​ຫລັກ ຕຳ​ເຂົ້າ​ເສົາ​ປ້າຍ​ບອກ​ທາງ​ດັ່ງກ່າວ.

 

 

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...